ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-12 13:33:27    
ໃຈ​ກາງ​ຂອງ​ພັດ​ທະ​ນະ​ທັດ​ວິ​ທະ​ຍາ​ສາດ​ແມ່ນ​ຖື​ຄົນ​ເປັນ​ກົກ

cri
ຕາມ​ຂ່າວCRI,ວັນ​ທີ12​ພະຈິກ​ນີ້,ຂ່າວສານ​ຊິນ​ຮວາ ຂ່າວສານ​ແຫ່ງ​ຊາດ​ຈີນ​ໄດ້ລົງ​ບົດ​ຄວາມຂຽນ​ວ່າ,ບົດ​ລາຍ​ງານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ17​ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ສະ​ເໜີ​ອອກ​ມາ​ວ່າ,​ໃຈກາງ​ຂອງ​ພັດ​ທະນະ​ທັດ​ວິທະຍາສາດ​​ແມ່ນ​ຖື​ຄົນ​ເປັນ​ກົກ.ຖືຄົນ​ເປັນ​ກົກ​ແມ່ນ​ແນວ​ຄິດ​ສຳຄັນ​ແລະ​ຄວາມ​ຮຽກຮ້ອງ​ພື້ນຖານ​ອັນ​ໜຶ່ງ​ທີ່​ພັກ​ກອມ​ມູນິດ​ຈີນ​ເນັ້ນ​ໜັກ​​ໃຫ້​ພົ້ນ​ເດັ່ນຂຶ້ນ​ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ16​ຂອງ​ພັກ​ມາ​ນີ້.ມັນ​ໄດ້​ກາຍ​ເປັນ​ໃຈກາງ​ຂອງ​ພັດ​ທະນະ​ທັດ​ວິທະຍາສາດ​​ແມ່ນ​ຍ້ອນ​ສາ​ເຫດ​ສຳຄັນ​ສາມ​ດ້ານຄື:

ອີກ​ອັນໜຶ່ງ, ຖື​ຄົນ​ເປັນ​ກົກ​ແມ່ນ​ຫຼັກການ​ພື້ນຖານ​ອັນ​ໜຶ່ງ​ຂອງ​ວິ​ຖຸ​ນິ​ຍົມ​ປະ​ຫວັດ​ສາດ.​ໃນ​ຂະ​ນະ​ທີ່​ບັນ​ລະ​ຍາຍ​ກົດ​ເກນ​ພັດທະນາ​ຂອງ​ສັງ​ຄົມ​ມະ​ນຸດ​ນັ້ນ,​ລັດ​ທິ​ມາກ​ກໍ​ໄດ້​ຊີ້​ແຈ້ງ​ກົດ​ເກນ​ທີ່​ມະຫາຊົນ​ເປັນ​ຜູ່​ສ້າງ​ປະ​ຫວັດ​ສາດ,​ກ່າວ​ເນັ້ນ​ວ່າ​ປະ​ຊາ​ຊົນ​ແມ່ນ​ຜູ່​ສ້າງ​ປະ​ຫວັດ​ສາດ,​ແມ່ນ​ກຳລັງ​ຕັດສິນ​ໃນ​ການ​ຊຸກ​ຍູ້​ການ​ພັດທະນາ​ຂອງ​ສັງຄົມ.

ອັນ​ທີ​ສອງ​ແມ່ນ​ການຖື​ຄົນ​ເປັນ​ກົກ​ ໄດ້​ໂຮມ​ສູນ​ສະ​ແດງ​ໃຫ້​ເຫັນ​ວັດ​ຖຸ​ປະ​ສົງ​ພື້ນ​ຖານ​ແລະ​ທັດ​ສະ​ນະ​ຄະ​ຕິ​ປົກ​ຄອງ​ຂອງ​ພັກ​ກອມມູນິດ​ຈີນ.ພັດ​ທະນະ​ທັດ​ວິ​ທະ​ຍາ​ສາດ​ເນັ້ນ​ໜັກ​ການ​ຖື​ຄົນ​ເປັນ​ກົກ,​ແມ່ນ​ເປັນ​ເອ​ກະ​ສັນ​ກັນ​ກັບ​ຈຸດ​ປະ​ສົງ​ພື້ນ​ຖານ​ທີ່​ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ແລະຄວາມ​ຮຽກຮ້ອງ​ທາດ​ແທ້​ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ສ້າງ​ພັກ​ເພື່ອ​ສ່ວນ​ລວມ,​ກຳ​ອຳ​ນາດ​ເພື່ອ​ປະ​ຊາ​ຊົນ.

ອັນ​ທີ​ສາມ​ແມ່ນການຖື​ຄົນ​ເປັນ​ກົກ​ໄດ້​ຕອບ​ບັນຫາ​ພື້ນ​ຖານ​ຕ່າງໆ​ກ່ຽວ​ກັບ​ພັດ​ທະ​ນະ​ທັດ​ວິ​ທະ​ຍາ​ສາດ.​ພັດ​ທະ​ນາ​ເພື່ອ​ໃຜ,​ພັດ​ທະ​ນາ​ໂດຍ​ອາ​ໄສ​ໃຜ,​ຈະ​ແບ່ງ​ປັນ​ໝາກ​ແຜນ​ແຫ່ງ​ການ​ພັດ​ທະ​ນາ​ແນວ​ໃດ?ນີ້​ແມ່ນ​ບັນຫາ​ພື້ນຖານ​ທີ່​ບໍ່​ວ່າ​ແມ່ນ​ພັດທະນາ​ທັດອັນ​ໃດ​ກໍ​ຕ້ອງ​ຕອບ​ແລະ​ແກ້​ໄຂ.