ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-13 16:02:07    
ຈີນ​ສົ່ງ​ເສີມ​ຜະລິດ​ຕະພັນ​ແລະ​ການ​ບໍລິການ​ດ້ານ​ວັດທະນະທຳຈີ​ນກ້າວ​ໄປ​ສູ່​ໂລກ

cri Author: da
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້ ຢູ່​ນານ​ນິງເຂດ​ກວາງຊີ​ຈີນ ​ເຈົ້າໜ້າ​ທີ່​ກົມ​ອຸດສາຫະກຳວັດທະນະທຳ​ຂອງ​ກະຊວງວັດທະນະທຳ​ຈີນ​ກ່າວ​ວ່າ,ກະຊວງ​ວັດທະນະທຳ​ຈີນ​ພວມ​ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ດ້ານ​ອຸດສາຫະກຳ​ວັດທະນະທຳ​ລະຫວ່າງ​ຊາດ,ສົ່ງ​ເສີມ​ໃຫ້​ຜະລິດ​ຕະພັນ​ແລະ​ການ​ບໍລິການດ້ານ​ວັດທະນະທຳ​ຈີນ​ກ້າວ​ໄປ​ສູ່​ໂລກ.

​ເຈົ້າໜ້າ​ທີ່​ຜູ່​ນີ້​ກ່າວ​ວ່າ,ລັດຖະບານ​ຈີນ​​ເອົາ​ໃຈ​ໃສ່​ນຳ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ວັດທະນະທຳ​ຕໍ່​ຕ່າງປະ​ເທດ,​​ໃນ​ເວລາ​ທີ່ຮັບເອົາຜົນສຳເລັດດ້ານຄວາມ​ສີວິ​ໄລ​ອັນ​ດີ​ເດັ່ນ​ຂອງໂລກນັ້ນ,ຈີນຍັງໄດ້​ຕັ້ງໜ້າ​ສົ່ງ​ເສີມ​ແລະ​ສະໜັບສະໜູນ​ວິ​ສາ​ຫະກິດ​ວັດທະນະທຳສົ່ງ​ອອກອີກດ້ວຍ,​ເຮັດ​ໃຫ້​ປະຊາຊົນ​ຂອງ​ຈີນ​ແລະ​ປະ​ເທດອື່ນ​ສາມາດ​ຊົມ​ເບິ່ງ​ສິ່ງ​ຍອດ​ຢ້ຽມດ້ານ​ວັດທະນະທຳ​ທີ່​ຕ່າງ​ກັນ​ໂດຍ​ຜ່ານ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​​ຂອງ​ໂຄງການ​ວັດທະນະທຳ. ​ພາຍໃຕ້​ສະພາບດັ່ງກ່າວ,ກະຊວງ​ວັດທະນະທຳ​ຈີນ​ກັບ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ສ.​ເກົາຫຼີ​ແລະ​ຍິ່ປຸ່ນ​ໄດ້​ຮ່ວມ​ກັນ​ຈັດ​ເວທີ​ປາ​ໄສ​ອຸດສາຫະກຳ​ວັດທະນະທຳ​ຈີນ​ ສ​.​ເກົາຫຼີ ຍິ່ປຸ່ນ ຄັ້ງທີ6. ນັບ​ແຕ່​ປີ2006​ມາ​ນີ້,ກົມ​ອຸດສາຫະກຳ​ວັດທະນະທຳ​ກະຊວງ​ວັດທະນະທຳ​ຈີນພ້ອມ​ກັບ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ໄດ້​ຮ່ວມ​ກັນ​ຈັດ​ເວທີ​ປຶກສາ​ຫາລືອຸດສາຫະກຳ​ຈີນ​ອາຊຽນ,ຫວັງ​ໃຫ້​ຊຸກຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ​ແລະ​ໂຄງການ​ວັດທະນະ​ທຳ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຕື່ມ​ອີກ.