ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-13 17:41:41    
ຫ້ອງ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ລັດ​ຖະ​ບານ​ຈີນ​ກັບ​ອົງການ​ແຜນ​ການ​ສາ​ກົນ​ເຊັນ​ສັນ​ຍາ​ຮ່ວມ​ມື​ຍຸດ​ທະ​ສາດ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 13 ພະຈິກ​ນີ້, ຢູ່​ເມືອງ​ນານ​ຊົງ ພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້​ຂອງ​ຈີນ,ຫ້ອງການພັດທະນາ​ເພື່ອລຸດຜ່ອນ​ຄວາມທຸກ​ຍາກ​ ​ຂອງ​ລັດຖະບານ​ຈີນ​ກັບ​ອົງການ​ແຜນການ​ສາກົນ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ຍຸດ​ທະ​ສາດ​ໂດຍຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ດ້ານ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແລະ​ການ​ສ້າງ​ຊົນນະບົດ​ໃຫມ່.

ອີງ​ຕາມ​ສັນຍາ​ນີ້, ອົງການ​ແຜນ​ການ​ສາ​ກົນ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ຫ້ອງການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ລັດຖະບານ​ຈີນ​ໃນ​ດ້ານ​ອົບຮົມ​ຊາວ​ກະສິກອນ​ທີ່​​ໄປ​ຊອກ​ວຽກ​ເຮັດ​ຢູ່​ໃນ​ຕົວ​ເມືອງ ການ​ເງິນ​ຊົນນະບົດ​ ​ນ້ຳ​ສະອາດແລະ​ດ້ານ​ອື່ນໆ.ຜູ່​ຮັບຜິດ​ຊອບ​ຂອງ​ຫ້ອງ​ການ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ​ຂອງ​ລັດຖະບານ​ຈີນ​ກ່າວ​ວ່າ, ສອງ​ຝ່າຍສ້າງ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ມີ​ຜົນ​ດີ​ຕໍ່​ການ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​​ໃຜລາວ, ຊຸກ​ຍູ້​​ວຽກ​ງານ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແລະ​ສ້າງ​ຊົນນະບົດ​ໃຫມ່​ຢ່າງ​ບັງ​ເກີດ​ຜົນ​ກວ່າ​ເກົ່າ.ອົງ​ການ​ແຜນ​ການ​ສາກົນ​ແມ່ນ​ອົງການ​ຈັດ​ຕັ້ງ​ດ້ານ​ມະ​ນຸດ​ສະ​ທຳ​ສາ​ກົນ.ອົງ​ການ​ນີ້​ໄດ້​ເຂົ້າມາຈີນ​ໃນ​ປີ 1995,​ໃນ 12 ປີ​ມາ​ນີ້ ອົງການ​ນີ້​ໄດ້​ຊ່ວຍ​ເຫລືອ​ຈີນປະມານ 300 ລ້ານ​ຢວນ​ເພື່ອ​ສ້າງ​ໂຄງ​ການ​ຕ່າງໆ.