|
 |
(GMT+08:00)
2007-11-14 18:23:12
|
 |
ການຮ່ວມມືບຸກເບີກຊັບພະຍາກອນມະນຸດກາຍເປັນພະລັງແຮງທີ່ຊຸກຍູ້ການກໍ່ສ້າງເຂດການຄ້າເສລີຈີນອາຊຽນ
cri
ຕາມຂ່າວສານຊີນຮວາ:ຫວ່າງມໍ່ໆນີ້ ເວທີປາໄສການຮ່ວມມືກັນບຸກເບີກຊັບພະຍາກອນມະນຸດຈີນອາຊຽນໄດ້ຈັດຂຶ້ນຢູ່ເມືອງນານນິງ ເທດສະບານເຂດກວາງຊີຈີນ,ເຈົ້າຫນ້າທີ່ລັດຖະບານ ນັກວິຊາການແລະຜູ່ຕາງຫນ້າວິສາຫະກິດຂອງຈີນແລະປະເທດຕ່າງໆຂອງອາຊຽນໄດ້ຫາລືກັນກ່ຽວກັບການສ້າງກົນໄກສົນທະນາການຮ່ວມມືກັນບຸກເບີກຊັບພະຍາກອນມະນຸດຈີນອາຊຽນ. ເວທີປາໄສຄັ້ງນີ້ແມ່ນກິດຈະກຳຮ່ວມມືຄັ້ງທຳອິດລະຫວ່າງພາກສ່ວນບຸກຄະລາກອນແລະບໍລິຫານງານຂອງລັດຖະບານຈີນແລະປະເທດຕ່າງໆຂອງອາຊຽນພາຍໃນຂອບອາຊຽນ + 1.ທ່ານອູຈ່ຽງ ຫົວຫນ້າສະຖາບັນຄົ້ນຄວ້າວິທະຍາສາດບຸກຄະລາກອນຈີນກ່າວວ່າ,ການຮ່ວມມືບຸກເບີກຊັບພະຍາກອນມະນຸດຈະກາຍເປັນພະລັງແຮງທີ່ຊຸກຍູ້ການກໍ່ສ້າງເຂດການຄ້າເສລີຈີນອາຊຽນ.
ໃນເວທີປາໄສຄັ້ງນີ້, ກະຊວງບຸກຄະລາກອນຈີນແລະອຳນາດການປົກຄອງປະຊາຊົນເຂດປົກຄອງຕົນເອງເຜົ່າຈວ້ງກວາງຊີ ຍັງໄດ້ເປີດຜ້າປົກປ້າຍໃຫ້ຖານບຸກເບີກຊັບພະຍາກອນມະນຸດຈີນອາຊຽນກວາງຊີ,ຖານບຸກເບີກນີ້ຈະອີງໃສ່ເວັບໄຊແລະສິ່ງກໍ່ສ້າງອັນຄົບຖ້ວນຂອງພາກສ່ວນບຸກຄະລາກອນກວາງຊີ,ເພີ່ມທະວີການແລກປ່ຽນກັບບັນດາປະເທດອາຊຽນໃນດ້ານແຕ່ງວິຊາການກວດສອບ,ການສອບເສັງແລະການອົບຮົມວິຊາເປັນຕົ້ນ.
|
|
|