ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-15 11:29:20    
ຈີນ​ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກ​ແລະ​ຄຸ້ມ​ຄອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຈີນ​ໃຫ້​ຄວາມ​ສຳຄັນ​ແລະ​ເພີ່ມ​ທະວີ​ການ​ອະນຸລັກ​ແລະ​ຄຸ້ມ​ຄອງ​ມໍ​ລະ​ດົກ​ວັດທະນະທຳ​ໂລກ,​ໄດ້​ວາງ​ ລະບຽບກົດໝາຍ​ຕ່າງໆ,ກາຍ​ເປັນ​ລະບົບ​ອະນຸລັກ​ຄຸ້ມ​ຄອງ​ຫຼາຍ​ລະດັບ​ເຊັ່ນ​ລະດັບ​ຊາດ,ລະດັບ​ແຂວງ​ແລະ​ລະດັບ​ສະຖານ​ທີ່ມໍລະ​ດົກ.

ເພື່ອ​ສ້າງ​ຕັ້ງ​ລະບົບ​ຕິດຕາມ​ກວດກາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ທົ່ວ​ປະ​ເທດ​ຈີນ,​ປີ​2006,​ກົມ​ວັດຖຸບູຮານ​ແຫ່ງ​ຊາດ​ຈີນ​ໄດ້​ວາງ​ວິ​ທີ​ຕິດ​ຕາມ​ກວດ​ກາ​ເພື່ອ​ຄຸ້ມ​ຄອງ​ມໍ​ລະ​ດົດ​ວັດ​ທະ​ນະ​ທຳ​ໂລກ​ຂອງ​ຈີນ,​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ຕໍ່​ຂັ້ນ​ຕອນ,ໜ້າ​ທີ່​ຮັບ​ຜິດ​ຊອບ​ແລະ​ເນື້ອ​ໃນ​ຂອງ​ການ​ຕິດຕາມ​ກວດກາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ,​ເຮັດ​ໃຫ້ການ​ຕິດຕາມ​ກວດກາ​ເປັນ​ລະ​ບຽບ​ແບບ​ແຜນ.​ໃນ​ສະ​ເພາະ​ໜ້າ​ນີ້,​ຍັງ​ຈະ​ວາງ​ ລະ​ບຽບ​ການ​ຕິດ​ຕາມ​ກວດ​ກາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ,​ແລະ​ດຳ​ເນີນ​ການ​ຄົ້ນຄວ້າ​ຫົວ​ຂໍ້​ທີ່​ກ່ຽວ​ຂ້ອງ​ກັບ​ລະ​ບົບ​ຕິດ​ຕາມ​ກວດ​ກາ​ຕໍ່​ມໍ​ລະ​ດົກ​ວັດທະນະທຳ​ໂລກ,​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ລະ​ບົບ​ຕິດ​ຕາມ​ກວດ​ກາ​ມໍ​ລະ​ດົກ​ວັດທະນະທຳ​ໂລກ​ໃນ​ທົ່ວ​ປະ​ເທດຈີນ.

ປີ1986,ລັດຖະບານ​ຈີນ​ໄດ້​ສະ​ເໜີ​ໂຄງການ​ຮ້ອງ​ຂໍ​ມໍ​ລະ​ດົກ​ໂລກ​ຕໍ່​ອົງ​ການ​ຢູ​ເນັສ​ໂກ​ຢ່າງ​ເປັນ​ທາງ​ການ.ນັບ​ມາ​ຮອດ​ປັດຈຸບັນຈີນ​ໄດ້​ມີ​ມໍ​ລະ​ດົກ​ໂລກ​35​ແຫ່ງ​ແລ້ວ,​ໃນ​ນັ້ນ,​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ແລະ​ມໍລະດົກ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ດ້ານ​ທຳ​ມະ​ຊາດ​ພ້ອມ​ກັນ​ມີ​29​ແຫ່ງ.