|
 |
(GMT+08:00)
2007-11-15 16:21:33
|
 |
ທະນາຄານຕ່າງປະເທດແຫ່ງທຳອິດຈະເລີ່ມດຳເນີນທຸລະກິດຢູ່ຊົນນະບົດຈີນໃນເດືອນໜ້າ
cri
Author: da
ຕາມຂ່າວສານຊິນຮວາ: ທະນາຄານຊົນນະບົດHSBC ເຊິ່ງແມ່ນທະນາຄານຂອງຕ່າງປະເທດແຫ່ງທຳອິດຈະເລີ່ມດຳເນີນທຸລະກິດຢູ່ເມືອງຊຸຍໂຈ່ວແຂວງຫູເປຈີນໃນເດືອນໜ້າ,ທະນາຄານຕ່າງປະເທດຄື ຊີຕີແບັງ ສະແຕັນດາດ ຊາບເຕີແບັງ ແລະອື່ນໆກ່າວວ່າຢາກເປີດກວ້າງຕະຫຼາດໃນຊົນນະບົດຈີນ.
ທະນາຄານຊົນນະບົດHSBCທີ່ໃກ້ຈະເລີ່ມດຳເນີນທຸລະກິດ ຕົ້ນຕໍແມ່ນບໍລິການໃຫ້ຊາວກະສິກອນທີ່ມີທຸລະກິດຂະໜາດນ້ອຍ ຝ່າຍສະໜອງແລະຝ່າຍສົ່ງອອກຜະລິດຕະພັນກະສິກຳ,ນອກຈາກບໍລິການຝາກເງິນຂອງວິສາຫະກິດແລະສ່ວນຕົວແລ້ວ,ຍັງບໍລິການກ່ຽວກັບການຂາເຂົ້າຂາອອກອີກ.
ຜູ່ຊ່ຽວຊານຊີ້ອອກວ່າ,ທະນາຄານຕ່າງປະເທດເຂົ້າຕະຫຼາດຊົນນະບົດ,ຈະກະຕຸກຊຸກຍູ້ໄປໃນທາງດີຕໍ່ທະນາຄານຂອງຈີນ,ແຕ່ທະນາຄານຂອງຈີນຍັງແມ່ນທະນາຄານຕົ້ນຕໍໃນຊົນນະບົດຈີນຢູ່.ເມື່ອທະນາຄານຕ່າງປະເທດເຂົ້າຮ່ວມແລ້ວ,ຈະຊຸກຍູ້ໃຫ້ທະນາຄານຂອງຈີນອອກແຮງປະດິດຜະລິດຕະພັນແລະປັບປຸງການບໍລິການໃຫ້ດີຂຶ້ນ,ປັບປຸງຄວາມສາມາດການແຂ່ງຂັນຂອງຕົນໃຫ້ສູງຂຶ້ນ,ພ້ອມກັນຊຸກຍູ້ການພັດທະນາການທະນາຄານຂອງຊົນນະບົດ.
|
|
|