ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-16 14:42:39    
ສ້າງ​ຄວາມ​ຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ໃນ​ສັງ​ຄົມ​ແມ່ນ​ເຈດ​ຈະ​ນົງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ການ​ບັນລຸ​ການ​ສ້າງ​ຄວາມຍຸດຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ໃນ​ສັງຄົມ​ແມ່ນ​ເຈດ​ຈະ​ນົງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ພັກ​ກອມ​ມູນິດ​ຈີນແມ່ນ​ໜ້າ​ທີ່​ສຳຄັນ​​ຂອງ​ການ​ພັດທະນາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ.

ບົດ​ຄວາມຂຽນ​ວ່າ, ລັກສະນະ​ແລະ​ຈຸດປະສົງ​ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຕົກລົງ​ວ່າ, ​ແຕ່​ວັນ​ກຳ​ເນີ​ດ​​ເປັນ​ຕົ້ນ​ມາ, ພັກ​ກອມ​ມູນິດ​ຈີນ​ກໍ່​ໄດ້​ຖື​ການບັນລຸ​ຄວາມຍຸດຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ໃນ​ສັງຄົມ​​ເປັນເຈດ​ຈະ​ນົງການ​ເມືອງ​ແລະ​ເປົ້າ​ໝາຍ​ສູ້​ຊົນ. ນັບ​ແຕ່​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 16 ​​ຂອງ​ພັກ​ກອມ​ມູນິດຈີນ​ ເປັນ​ຕົ້ນ​ມາ, ພັກ​ກອມ​ມູນິດ​ຈີນ​ໄດ້​ສະ​ເໜີ​ແນວ​ຄິດ​ຍຸດ​ທະ​ສາດ​ອັນ​ສຳຄັນ​ແຫ່ງ​ການ​ສ້າ​ງສັງຄົມ​ສັງຄົມ​ນິຍົມທີ່​ກົມກຽວ​ກັນ, ຖື​ການ​ບັນລຸ​ຄວາມ​ຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ໃນ​ສັງຄົມ​ເປັນ​ລັກສະນະ​ພື້ນຖານ​ແລະ​ເປົ້າ​ໝາຍ​ອັນ​ສຳຄັນ​ຂອງສັງຄົມ​ສັງຄົມ​ນິຍົມທີ່​ກົມກຽວ​ກັນ.

ບົດ​ຄວາມ​ຊີ້​ອອກ​ວ່າ, ການ​ບັນລຸ​ຄວາມ​ຍຸດຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ແມ່ນ​ໜ້າ​ທີ່​ອັນ​ສຳຄັນ​ຂອງ​ການ​ພັດທະນາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນພິເສດ​ຂອງ​ຈີນ. ມີ​ແຕ່​ຮັກສາ​ແລະ​ບັນລຸຄວາມ​ຍຸດຕິ​ທຳ​ແລະ​ຄວາມ​ເປັນ​ທຳ​​ໃນ​ສັງຄົມ​ເທົ່າ​ນັ້ນ, ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຈຶ່ງ​ຈະສະຫງົບ​ອຸ່ນ​ອ່ຽນ, ການ​ພົວພັນ​ສັງຄົມ​ຈຶ່ງ​ຈະ​ປະສານ​ກົມກຽວ​ກັນ, ຄວາມ​ຕັ້ງ​ໜ້າ, ​ເປັນ​ເຈົ້າ​ຕົນ​ເອງ, ​ແລະ​ປະດິດ​ສ້າງ​ຂອງ​ປະຊາຊົນ​ຈຶ່ງ​ຈະເສີມ​ຂະຫຍາຍ​ອອກ​ຢ່າງ​ເຕັມ​ສ່ວນ, ສັງຄົມ​ຈຶ່ງ​ຈະ​ກົມກຽວ​​ແລະ​ໝັ້ນ​ຄົງ​ກວ່າ​ເກົ່າ, ທົ່ວ​ປວງ​ຊົນ​ຈຶ່ງ​ຈະ​​ເປັນ​ຈິດ​ໜຶ່ງ​ໃຈ​ດຽວກັນ​ພ້ອມ​ກັນ​ສ້າງ​ແລະ​ພັດທະນາ​ສັງຄົມ​ນິຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຕື່ມ​ອີກ.