ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-17 17:13:24    
ຕະຫຼາດນັກ​ທ່ອງ​ທ່ຽວ​ຂອງ​ຈີນ​ໃນ​ປີ 2015 ຈະ​ມີ​ເຖິງ​ປະ​ມານ 3 ຕື້​ເທື່ອ​ຄົນ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 16 ພະຈິກ​ນີ້, ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ປະກາດ​ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ, ຮອດ​ປີ 2015, ຕະຫຼາດນັກ​ທ່ອງ​ທ່ຽວ​ຂອງ​ຈີນ​ຈະ​ມີ​ເຖິງປະມານ 3 ຕື້​ເທື່ອ​ຄົນ.

ວັນ​ທີ 16 ພະຈິກ​ນີ້, ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາ​ດຈີນ​ໄດ້​ປະ​ກາດ"ບົດ​ລາຍ​ງານ​ ​ລົງທຶນ​ການທ່ອງທ່ຽວ​ຂອງ​ຈີນ​ປີ 2007". ບົດ​ລາຍ​ງານ​ຊີ້​ອອກ​ວ່າ, ​ໃນຫຼາຍປີ​ຂ້າງ​ໜ້າ, ການທ່ອງທ່ຽວ​ຂອງ​ຈີນ​ຈະ​ຮັກສາ​ທ່ວງທ່າ​ທີ່​ເພີ່ມ​ຂຶ້ນ​ອ່າວ​ໄວ. ຮອດ​ປີ 2015, ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ຮັບ​ຕ້ອນນັກທ່ອງທ່ຽວຫຼາຍກວ່າ​ໝູ່​ໃນ​ໂລກ​ແລະ​ເປັນ​ປະ​ເທດ​ສົ່ງ​ອອກນັກ​ທ່ອງ​ທ່ຽວ​ຫຼາຍທີ 4 ​ໃນ​ໂລກ. ຮອດ​ເວລາ​ນັ້ນ, ກະ​ວ່າ, ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າມາ​ທ່ຽວ​ຄ້າງ​ຄືນ​ຢູ່​ຈີນ​ຈະ​ມີ​ເຖິງ 100 ລ້ານ​ເທື່ອ​ຄົນ, ຈຳນວນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ຈີນ​ຈະ​ມີ​ເຖິງ 2 ຕື້ 800 ລ້ານ​ເທື່ອ​ຄົນ, ຈຳນວນຄົນ​ທີ່​ໄປ​ທ່ຽວ​ຕ່າງປະ​ເທດ​ຈະ​ມີ​​ເຖິງປະມານ 100 ລ້ານ​ເທື່ອ​ຄົນ, ລາຍ​ໄດ້ຈາກ​ການທ່​ອງທ່ຽວ​ຈະ​ມີ​ເຖິງປະມານ  2000 ຕື້​ຢວນ.