ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-17 18:06:29    
ສິງກະ​ໂປ​ຕ້ອງ​ການ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ໃກ້​ຊິດ​ກັບ​ຈີນ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 16 ພະຈິກ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລີກ​ວາງ​ຢູ ລັດ​ຖະບູລຸດສິງກະ​ໂປ​ທີ່​ພວມ​ຢ້ຽມຢາມ​ຈີນ​ກ່າວ​ວ່າ, ຈີນ​ພວມ​ເກີດ​ມີ​ການ​ປ່ຽນ​ແປງ​ປານປີ້ນ​ຟ້າ​ຂວ້ຳ​​ແຜ່ນດິນ, ສິງກະ​ໂປ​ຕ້ອງການ​ຮັກສາ​ການ​ໄປ​ມາ​ຫາ​ສູ່​ກັນ​ກັບ​ຈີນ​ຢ່າງ​ໃກ້ຊິດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​​ດ້ານ​ຕ່າງໆ, ນີ້ສອດຄ່ອງກັບ​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ສອງ​ຝ່າຍ.

ທ່ານ​ລີ​ກວາງ​ຢູ​ແມ່ນ​ກ່າວ​ຄວາມ​ນີ້​ໃນ​ເວລາ​ພົບ​ປະ​ທ່ານ​ຖາງ​ເຈ່ຍ​ສຽນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ.

ທ່ານ​ຖາງ​ເຈຍ​ສຽນ​ໄດ້​ຍ້ອງ​ຍໍ​ໃນ​ລະດັບ​ສູງ​ຕໍ່ທ່ານ​ລີກ​ວາງ​ຢູ​ທີ່ໄດ້​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ແລະ​ຂະຫຍາຍ​ການ​ພົວພັນ​ຈີນ​ສິງ​ກະ​ໂປ​ໃນ​ເວລາ​ດົນ​ນານ​ມາ​ນີ້, ກ່າວ​ວ່າ, ການ​ພົວພັນ​ຈີນ​ສິງກະ​ໂປ​​ໃນ​ປັດຈຸບັນ​ໄດ້​ກ້າວ​ເຂົ້າສູ່​ໂຄຈອນ​ພັດທະນາ​ທີ່​ວ່ອງ​​ໄວ ໜັກ​ແໜ້ນ​ແລະ​ສຸກ​ງອມ, ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ກັບ​ສິງກະ​ໂປ​ທຳ​ຄວາມ​ພະຍາຍາມ, ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື, ​ເສີມ​ຂະຫຍາຍ​ທ່າ​ແຮງ​​ເຊິ່ງກັນ​ແລະກັນ​ຢ່າງ​ເຕັມ​ສ່ວນ, ຊຸກ​ຍູ້​ການ​ຮ່ວມ​ມື​ໄມຕີ​ຈິດທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ​ກັບ​ສິງກະ​ໂປ​​ໃຫ້ກ້າວສູ່​ລະ​ລັບ​ສູງ​​ເທື່ອໃໝ່.

ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ນຳ​ກັນ.