ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-18 18:37:21    
ດາວ​ທຽມ"ສາງ​ເອີ​ເລກ​ໜຶ່ງ"ຂອງ​ຈີນ​ຈະ​ເປີດ​ເຄື່ອງ​ວັດ​ແທກ​ວິ​ທະ​ຍາ​ສາດ​​ເທື່ອ​ລະ​ກ້າວ​ແຕ່​ວັນ​ທີ 19 ພະ​ຈິກ​ນີ້​ເປັນ​ຕົ້ນ​ໄປ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ສະພາບຫຼ້າສຸດ​ຈາກ​ກົມ​ການບິນ​ອະວະກາດ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ 14 ​ໂມງ​ຂອງ​ວັນ​ທີ 18 ພະຈິກ​ນີ້, ດາວ​ທຽມ​ສາງ​ເອີ​ເລກ​ໜຶ່ງ​ຂອງ​ຈີນ​ໄດ້​ບິນ​ອ້ອມ​ດວງ​ຈັນ 135 ຮອບ​ແລ້ວ. ການ​ທົດ​ລອງ​​ຕ່າງໆ​ສະ​ແດງ​ໃຫ້​ເຫັນ​ວ່າ, ປັດ​ຈຸ​ບັນ, ດາວ​ທຽມ​ດັ່ງກ່າວ​ເຮັດ​ວຽກ​ເປັນ​ປົກກະຕິ​, ມີ​ສະພາບ​​ເປັນ​ຢ່າງ​ດີ.

ວັນ​ທີ 18 ພະຈິກ​ນີ້, ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຜີຍ​ຈ້າວ​ຢູ ​ໂຄສົກ​ກົມ​ການບິນ​ອະວະກາດ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ກ່າວ​ວ່າ, ​ແຕ່​ເຂົ້າສູ່​ໂຄຈອນ​ເຮັດ​ວຽກ​ອ້ອມ​ດວງ​ຈັນ​ໃນ​ວັນ​ທີ 7 ພະຈິກ​ມາ​ຮອດ​ປັດຈຸບັນ, ດາວ​ທຽມ​ສາງ​ເອີ​ເລກ​ໜຶ່ງ​ໄດ້​ສຳ​ເລັດ​ການ​ທົດ​ລອງ​ວັດ​ແທກຫຼາຍ​ປະການ​ແລ້ວ. ຜົນ​ການ​ທົດ​ລອງ​ສະ​ແດງ​ໃຫ້​ເຫັນ​ວ່າ, ດາວ​ທຽມ​ມີ​ສະພາບ​ເປັນ​ຢ່າງ​ດີ, ດ້ານພະລັງງານກໍ່​ໝັ້ນທ່ຽງ, ການ​ຄວບ​ຄຸມ​ທ່ວງທ່າ ອູ​ນຫະພູມ​​ແລະ​ໂທລະ​ຄົມ​ລ້ວນ​ແຕ່​ເປັນ​ປົກກະຕິ.

ດາວ​ທຽມ​ສາງ​ເອີ​ເລກ​ໜຶ່ງ​ຈະ​ເລີ່​ມ​ເປີດ​ເຄື່ອງ​ວັດ​ແທກ​ວິທະຍາສາດເທື່ອ​ລະ​ກ້າວ​ແຕ່ຕອນ​ຄ່ຳ​ວັນ​ທີ 19 ພະຈິກ​ເປັນຕົ້ນ​ໄປ, ກະ​ວ່າ, ຈະ​ສົ່ງ​ຮູບ​​ແຜ່ນ​ທຳ​ອິດ​ຄືນ​ມາ​ໃນທ້າຍ​ເດືອນ​ພະຈິກ​ນີ້.