ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-18 19:29:38    
ໂຄງ​ການ​ທີ່​ບໍ​ລິ​ສັດ​ເຫຼັກ​ກ້າ​ຄຸນ​ມິງ​ສຳ​ຫຼວດ​ຢັ່ງ​ແທກ​ຂຸດ​ຄົ້ນ​ແລະ​ຫຼໍ່​ຫຼອມ​ແຮ່​ຈ່ານ​ຢູ່​ລາວ​ຈະ​ລົງ​ມື​ກໍ່​ສ້າງ​ໃນ​ໄວໆ​ນີ້

cri
ຕາມ​ຂ່າວສານ​ຊິນ​ຮວາ,ພະ​ແນ​ກການ​ຄ້າ​ແຂວງ​ຢຸນ​ນານ​ຂອງ​ຈີນ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ,​ຫວ່າງ​ມໍ່ໆ​ນີ້,​ໂຄງການຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ລາວສຳ​ຫຼວດ​ຢັ່ງ​ແທກ​ຂຸດ​ຄົ້ນ​ແລະ​ຫຼໍ່​ຫຼອມ​ແຮ່​ຈານ​ທີ່​ບໍ​ລິ​ສັດ​ເຫຼັກ​ກ້າ​ຄຸນ​ມິງ​ຄວບ​ຄຸມ​ຫຸ້ນ​ສ່ວນ​ຈຳ​ກັດ​ລົງ​ທຶນ​ເກືອບ​200​ລ້ານ​ໂດ​ລາ​ນັ້ນ​ໄດ້​ຮັບ​ການ​ອະ​ນຸ​ມັດ​ພິ​ເສດ​ຈາກ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົມຕີ​ລາວ,​ອີກ​ບໍ່​ດົນ​ຈະ​ລົງ​ມື​ກໍ່ສ້າງ.

ກະຊວງແຜນການແລະລົງທຶນຂອງ​ລາວ​ໄດ້​ເບີກ​ໃບອະນຸຍາດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ສອງ​ສະ​ບັບ​ໃຫ້​ບໍລິສັດ​ເຫຼັກ​ກ້າ​ຄຸນ​ມິ​ງ,ອະນຸມັດ​ໃຫ້​ບໍ​ລິ​ສັດ​ດັ່ງກ່າວ​ລົງ​ທຶນ​3​ລ້ານ3​ແສນ​ໂດ​ລາ​ເພື່ອ​ຮ່ວມ​ທຶນ​ກັບ​ບໍລິສັດ​ບໍ່​ແຮ່​ປາ​ຊີ​ຟິກ​ເລກ​ໜຶ່ງ​ຈຳກັດ​ຂອງລາວ​ສ້າງ​ຕັ້ງ​ບໍ​ລິ​ສັດ​ບໍ່​ແຮ່​ວັງ​ວຽງ​ລາວ​ຈຳ​ກັດ.​ພ້ອມ​ທັງ​ອະນຸມັດ​ໃຫ້​ບໍ​ລິ​ສັດ​ເຫຼັກ​ກ້າ​ຄຸນ​ມິ​ງ​ລົງ​ທຶນ​168​ລ້ານ​ໂດ​ລາ​ເພື່ອ​ຮ່ວມ​ທຶນ​ກັບ​ກຸ່ມ​ບໍ​ລິ​ສັດ​ການ​ຄ້າ​ຂາ​ເຂົ້າຂາ​ອອກCKລາວ​ສ້າງ​ຕັ້ງ​ບໍ​ລິ​ສັດ​ເຫຼັກ​ກ້າ​ລາວ​ຈຳ​ກັດ,​ສ້າງ​ຕັ້ງ​ໂຮງງານ​ເຫຼັກ​ກ້າ​ທີ່​ມີ​ຄວາມ​ສາມາດ​ຜະລິດ​ເຫຼັກ​ກ້າ5​ແສນ​ໂຕນຕໍ່​ປີ.

ຕາມ​ແຜນການ,​ໂຄງການ​ດັ່ງກ່າວ​ຈະ​ດຳ​ເນີນ​ໃນ​ເຂດ​ບໍ່​ແຮ່​ເຫຼັກ​ທີ່​ມີ​ເນື້ອ​ທີ່​25​ກິ​ໂລ​ແມັດ​ມົນ​ທົນ​ໃນ​ແຂວງ​ວຽງ​ຈັນ​ຂອງ​ລາວ.