ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-20 14:27:24    
ຈີນ​ຈະ​ອອກ​ກົດ​ໝາຍ​ອະ​ນຸ​ລັກ​ຕົວ​ເມືອງ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ​ທີ່​ມີ​ຊື່​ສຽງ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ຈີນ​ຈະ​ອອກ​ກົດໝາຍ​ອະນຸລັກ​ຕົວ​ເມືອງ​ວັດທະນະ​ທຳ​ປະຫວັດສາດ​ທີ່​ມີ​ຊື່​ສຽງ. ຫວ່າງ​ມໍ່ໆ​ນີ້, ຢູ່​ເມືອງ​ສາງ​ຊາ​ແຂວງ​ຫູ​ນານ​ຈີນ, ທ່ານ​ສື​ຝານ ຮອງ​ເລຂາທິການ​ປະຈຳ​ຄະນະ​ກຳມະການ​ອະນຸລັກ​ຕົວ​ເມືອງທີ່​ມີ​ຊື່​ສຽງ​ຂອງຊາດ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ກົດໝາຍ​ກ່ຽວ​ກັບ​ການ​ອະນຸລັກ​ຕົວ​ເມືອງ​ວັດທະນະທຳ​ປະຫວັດສາດ​ສະບັບ​ທຳ​ອິດ​ຂອງ​ຈີນ​ໄດ້​ຮ່າງ​ສຳ​ເລັດ​ແລ້ວ. ຖ້າ​​ໄປ​ຕາມ​ແຜນ, ປີໜ້າ​ກໍ່ຈະ​ປະກາດ​ໃຊ້​ແລ້ວ.

ທ່ານ​ສື​ຝານ​​ແຈ້ງ​ໃຫ້​ຊາບວ່າ, ຖ້າ"ກົດໝາຍ​ອະນຸລັກຕົວ​ເມືອງເມືອງ​ນ້ອຍ​ແລະ​ບ້ານ​ປະຫວັດສາດທີ່​ມີ​ຊື່​ສຽງ"​ອອກ​ມາແລ້ວ, ຈະສາມາດ​ຄຸ້ມ​ຄອງ​ການ​ອະນຸລັກ​ຕົວ​ເມືອງວັດທະນະ​ທຳ​ປະຫວັດສາດທົ່ວ​ປະ​ເທດ​ຈີນ​ຢ່າງ​ເປັນ​ເອກະ​ພາບ, ຈະ​ວາງ​ແຜນ​ລະອຽດ​ຕໍ່​ວຽກ​ງານອະນຸລັກ​ແລະ​ໜ້າ​ທີ່​ຮັບຜິດຊອບຕົວ​ເມືອງ ​ເມືອງ​ນ້ອຍ ​ແລະ​ບ້ານ​ທີ່​ມີ​ຊື່​ສຽງ​ດ້ານ​ວັດທະນະທຳ​ປະຫວັດສາດ​ ​ແລະ​ຖະໜົນ​ເຂດ​ຄຸ້ມ​ວັດທະນະທຳ​ປະຫວັດສາດ ສິ່ງ​ກໍ່ສ້າງ​ປະຫວັດສາດ​ຂອງ​ຈີນ.

ຄຳ​ນິຍາມ"ຕົວ​ເມືອງວັດທະນະທຳ​ປະຫວັດສາດ​ທີ່​ມີ​ຊື່​ສຽງ"​ໄດ້​ສະ​ເໜີ​​ອອກເທື່ອ​ທຳ​ອິດ​ໃນ​ເດືອນ​ກຸມ​ພາປີ 1982, ປັດຈຸບັນ, ຈີນ​ໄດ້​ມີ​ຕົວ​ເມືອງ​ວັດ​ທະ​ນະ​ທຳ​ປະຫວັດສາດ​ແຫ່ງ​ຊາດ 109 ​ແຫ່ງ, ​ບ້ານ​​ແລະ​ເມືອງ​ນ້ອຍ​ທີ່​ມີຊື່​ສຽງ​ດ້ານ​ວັດທະນະທຳ​ປະຫວັດສາດ 157 ​ແຫ່ງ.