ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-22 14:25:27    
ຈີນ​ສ້າງ​ສູນ​ສັງ​ເກດ​ໜ່ວຍ​ໂລກ​ເພື່ອ​ພັດ​ທະ​ນາ​ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ​ອະ​ວະ​ກາດ​ຂອງ​ໜ່ວຍ​ພິ​ພົບ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 21 ພະຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ, ສູນ​ສັງ​ເກດໜ່ວຍ​ໂລກ​ແລະທໍລະນີ​ວິທະຍາດີ​ຈີ​ຕອນ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ຈີນ​ໄດ້​ຈັດ​ພິທີ​ເປີດ​ປ້າຍ. ການ​ສ້າງຕັ້ງສູນ​ດັ່ງກ່າວ​ຈະ​ຊຸກ​ຍູ້​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ອະວະກາດ​ໜ່ວຍ​​ໂລກ​ຂອງ​ຈີນ.

ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານອະ​ວະ​ກາດໜ່ວຍ​ໂລກ​ ວັດຖຸ​​ນາ​ໂນ​ແມັດ ​ແລະ​ວິທະຍາສາດ​ເຕັກນິກ​ຊີວະ​ຊາດ​ຖືກ​ຖື​ເປັນ 3 ທະຍາສາດເຕັກນິກ​ແນວ​ໜ້າ​ໃຫຍ່ ​ ໃນ​ສະຕະວັດ​ທີ 21. ​ເຕັກນິກ​ຂໍ້​ມູນ​ຂ່າວສານ​ອະວະກາດ​ຂອງ​ຈີນເຊັ່ນ​ການບິນ​ແລະ​​ເຕັກນິກຄວບ​ຄຸມ​ການບິນ​ອະວະກາດ​ຈາກ​ທາງ​ໄກ​ເປັນຕົ້ນໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ​ໄດ້​ຮັບ​ໃຊ້​ຢ່າງ​ກວ້າງຂວາງ​ໃນ​ດ້ານ​ການ​ສຳຫຼວດຊັບພະຍາກອນ​ແລະພະລັງງານ ການ​ຕິດຕາມ​ວັດ​ແທກ​ສິ່ງ​ແວດ​ລ້ອມ​ກັບ​ໄພພິບັດ ການ​ຕິດຕາມ​ວັດ​ແທກ​ມະຫາ​ສະໝຸດ​ກັບ​ອາກາດ ທີ່​ດິນ​ກັບ​ການວາງ​ຜັງ​ເມືອງ ​ແລະ​ອື່ນໆ.

ສູນສັງ​ເກດໜ່ວຍ​ໂລກ​ປະກອບ​ດ້ວຍ​ສູນ​ຄວບ​ຄຸມດາວ​ທຽມຈາກ​ທາງ​ໄກ, ສູນ​ຄວບ​ຄຸມການບິນ​ອະວະກາດຈາກ​ທາງ​ໄກ, ສູນ​ຂໍ້​ມູນ​ອະວະກາດ, ​ແລະ​ຫ້ອງ​ທົດ​ລອງ​ໜ່ວຍ​ໂລກ​ດີ​ຈີ​ຕອນ. ​ໃນ​ນັ້ນ, ສູນ​ຄວບ​ຄຸມ​ດາວ​ທຽມຈາກ​ທາງ​ໄກ ສາມາດ​ຮັບ​ຂໍ້​ມູນ​ດາວ​ທຽມ 10 ກວ່າ​ໜ່ວຍ​ໃນ​ປັດຈຸບັນ, ຖ້າ​ໂຄງການ​ຕາໜ່າງສະຖານີ​ຮັບ​ຂໍ້​ມູນ​ສັງ​ເກດ​ວັດ​ແທກພື້ນ​ດິນ​ຂອງ​ຈີນ​ສ້າງສຳ​ເລັດ​ແລ້ວ, ຈະສາມາດ​ຮັບ​ຂໍ້​ມູນ​ດາວ​ທຽມ​ທີ່​ປົກ​ຄຸມອາຊີ 70%.