ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-23 16:20:12    
ລະ​ດັບ​ຫັນ​ເປັນ​ຂໍ້​ມູນ​ຂ່າວ​ສານ​ຂອງ​ຈີນ​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ

cri
ຕາມ​ຂ່າວສານ​ຊິນ​ຮວາ​ວັນ​ທີ 23 ພະ​ຈິກນີ້: ທ່ານ​ຈັ່ງ​​ສຽວ​ຊຽງ ຮອງປະທານ ຂອງ​ຄະນະ​ກຳມະການ​ການ​ພັດທະນາ​​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,​ເມື່ອ​​ໄດ້​ພັດທະ​ນາ​ມາ​ຫຼາຍ​ປີ​ແລ້ວ,ຄວາມ​ສາມາດຂອງ​ພື້ນຖານ​ໂຄງ​ລ່າງ​ຂູ​ຂໍ້​ມູນ​ຂ່າວສານອຸດສາຫະກຳ​ໄຮ​ເຕັກ​ຈີນ​ໄດ້​ຍົກ​ສູ​ງຂຶ້ນຢ່າງ​ຫຼວງ​ຫຼາຍ,ການ​ນຳ​ໃຊ້ຂໍ້​ມູນ​ຂ່າວສານ​​ໄດ້​ນັບ​ມື້​ນັບ​ກວ້າງ​ອອກ​,ລະດັບ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວສານ​ກໍ​​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

ທ່ານ​ຈັ່ງ​ສຽວ​ຊຽງ​ແມ່ນ​ກ່າວ​ໃນ​ກອງ​ປະຊຸມ​ວຽກ​ງານ​ອຸດສາຫະກຳ​ໄຮ​ເຕັກ​ຂອງທົ່ວ​ປະ​ເທດ​ຈີນ 2007ທີ່​ຈັດ​ຂຶ້ນ​ຢູ່​​ນະຄອນ​ຄຸນ​ມິ​ງຂອງ​ແຂວງ​ຢຸນນານ​ໃນ​ຫວ່າງ​ມໍ່ໆ​ນີ້.

 ທ່ານ​ກ່າວ​ວ່າ,ປະຈຸ​ບັນ,ຂະຫນາດ​ເຄືອ​ຂ່າຍໂທລະ​ຄົມ​ຈີນ​ໄດ້​ເປັນ​ອັນ​ດັບ​ທີ​ຫນຶ່ງ​ໃນ​ໂລກ, ໂທ​ລະ​ສັບ​ມີ​ເຖິງ 900 ລ້ານ​​ເລກ​ຫມາຍເຊິ່ງ​ເປັນ​ອັນ​ດັບທີ​ຫນຶ່ງ​​ໃນ​ໂລກ,ຈຳນວນຜູ່​​​ໃຊ້​​ອິນ​ເຕີ​ເນັດໄດ້​ຫຼາຍ​ກວ່າ 160 ລ້ານ​ຄົນ​ເຊິ່ງເປັນອັນ​ດັບ​ທີ​ສອງ​​ໃນ​ໂລກ.

ທ່ານ​ຈັ່ງ​ສຽວ​ຊຽງ​ກ່າວ​ວ່າ,ພື້ນຖານ​ໂຄງ​ລ່າງຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນຂ່າວ ສານ​ຂອງ​ຈີນ​ໄດ້​ຮັບ​ການ​ເພີ່ມ​​ຂຶ້ນ,ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພຂອງ​ອິນ​​ເຕີ​ເນັດ ໄດ້ຮັບການ​ປັບປຸງໃຫ້​ດີ​ຂຶ້ນ​ຕື່ມ​ອີກ,ການ​ຄົ້ນຄວ້າ​ແລະຫັນ​ເປັນອຸດສາຫະກຳ​ຂອງ​ເຕັກນິກ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວສານ​ໄດ້​ຮັບຄວາມ​ຄືບ​ຫນ້າ​ຢ່າງ​ເດັ່ນຊັດ.