ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-26 16:21:23    
ຈີນ​ຝຣັ່ງຈະຊຸກຍູ້ການພົວພັນຄູ່ຍຸດ​ທະ​ສາດ​ຮອບ​ດ້ານ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ກວ່າ​ເກົ່າ

cri Author: da
ຕາມ​ຂ່າວCRI: ວັນ​ທີ26ພະຈິກ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້ພົບ​ປະ​ເຈລະຈາ​ກັບ​ທ່ານ​ນີ​ໂກ​ລັສ ຊາ​ໂກ​ຊີ ປະທານາ​ທິບໍດີ​ຝຣັ່ງທີ່​ພວມ​ຢ້ຽມຢາມ,ປະມຸກ​ລັດ​ຈີນ​ຝຣັ່ງ​​ເປັນ​ເອກະສັນ​ກັນ​ເຫັນ​ດີ​ຊຸກຍູ້ການພົວພັນຄູ່ຍຸດທະສາດຮອບດ້ານ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ກວ່າ​ເກົ່າ​ແລະ​ກວ້າງ​ກວ່າ​ເກົ່າ.

ທ່ານ​ຫູ​ຈີນ​ທາວ​ຊົມ​ເຊີຍ​ທ່ານ​ຊາ​ໂກຊີທີ່​ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ ຄັດຄ້ານ"​ໄຕ້​ຫວັນ​ເປັນ​ເອກະລາດ"​ແລະ​ສະໜັບສະໜູນ​ພາລະກິດການ​ເຕົ້າ​ໂຮມເປັນ​ເອກະ​ພາບກັນ​​ໂດຍ​ສັນຕິຂອງ​ຈີນນັບ​ແຕ່​ທ່ານ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ມາ​ນີ້.ທ່ານ​ກ່າວ​ວ່າ,ປະຈຸ​ບັນ ການ​ພົວພັນ​ຈີນ​ຝຣັ່ງ​ໄດ້​ກ້າວ​ເຂົ້າສູ່​ໄລຍະຂະຫຍາຍຕົວ​ໃໝ່​ແລ້ວ,ຈີນ​ຍິນ​ດີ​ຮ່ວມ​ກັບ​ຝຣັ່ງລົງ​ເລິກ​ຂະຫຍາຍ​ການ​ພົວພັນດ້ານ​ການ​ເມືອງ​ລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ,​ເພີ່ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ຍຸດ​ທະ​ສາດ;​ເພີ່ມການ​ຮ່ວມ​ມື​ຫຼາຍ​ຝ່າຍ​ລະຫວ່າງ​ຊາດ​ຕື່ມ​ອີກ,ພ້ອມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ;​ເປີດ​ກວ້າງ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ,ຊົ​ມ​ໃຊ້​ໂອກາດ​ພັດທະນາຮ່ວມກັນ;​ເພີ່ມ​ການ​ແລກປ່ຽນ​ໃນ​ຂົງ​ເຂດວັດທະນະທຳ​ໃຫ້​ສົມບູນ​ຕື່ມ​ອີກ,ສົ່ງ​ເສີມ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ.

​ໃນ​ເວລາ​ກ່າວ​ເຖິງ​ການ​ພົວພັນ​ຈີນ​ເອີ​ລົບ,ທ່ານ​ຫູ​ຈີນ​ທາວ​ຫວັງ​ໃຫ້​ຝຣັ່ງສືບ​ຕໍ່​ເສີມ​ຂະຫຍາຍ​ຜົນ​ສະທ້ອນ​ແລະ​ບົດບາດ​ອັນຕັ້ງໜ້າ​ພາຍ​ໃນ​ຂອບ​ສະຫະພາບ​ເອີ​ລົບ.ທ່ານ​ຊາ​ໂກ​ຊີ​ກ່າວ​ວ່າ,ຝຣັ່ງຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຝຣັ່ງຈີນ​ແລະ​ການ​ພົວພັນ​ເອີ​ລົບ​ຈີນ​ໃຫ້​ຂະຫຍາຍ​ກ້າວສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງດ້ວຍ​ການ​ກະທຳ​ຕົວ​ຈິງ.

ຫຼັງ​ການພົບ​ປະ​ເຈລະຈາ,ປະມຸກ​ລັດ​ສອງ​ປະ​ເທດ​​ໄດ້​ເຂົ້າຮ່ວມ​ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ໃນ​ຂົງ​ເຂດ​ອະນຸລັກ​ສິ່ງ​ແວດ​ລ້ອມ ພະລັງງານ​ນິວ​ເຄຼຍ ສື່ສານ ການບິນ ​ການບິນ​ພົນລະ​ເຮືອນ​ແລະ​ອື່ນໆ​ລວມ20ກວ່າ​ສະບັບ,​ແລະ​ຖະ​ແຫຼ​ງຂ່າວ​ຮ່ວມ​ກັນ.