ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-26 17:14:51    
ຈີນ​ເຜີຍ​ແຜ່​ຮູບ​ຜິວ​ດວງ​ຈັນ​ໃບ​ທຳ​ອິດ​ທີ່​ດາວ​ທຽມ​ຊາງ​​ເອີ​ເລກ​ຫນຶ່ງ​ສົ່ງ​ມາ

cri
 ຕອນ​ເຊົ້າ​ວັນ​ທີ 26 ພະຈິກ​ນີ້,ກົມ​ການບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ໄດ້​ເຜີ​ຍ​ແຜ່​ຮູບພາບ​ຜິວ​ດວງ​ຈັນ​ໃບທຳ​ອິດ​ທີ່​ດາວ​ທຽມ​ຊາງ​ເອີ​ເລກ​ຫນຶ່ງ​ເຊິ່ງ​​ເປັນ​ດາວ​ທຽ​ມສຳ​ຫຼວດດວງ​ຈັນ​ຫນ່ວຍ​ທຳ​ອິດ​ຂອງ​ຈີນ​ສົ່ງ​ລົງ​ມາ,ນີ້​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໂຄງການ​ສຳ​ຫຼວດ ດວງ​ຈັນ​ຂອງ​ຈີນ​ເທື່ອ​ທຳ​ອິດ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ຫນ່ວຍ

ຮູບ​ພາບ​ນນີ້​ແມ່ນ​ຮູບ​ຈຸດ​ສູງ​ຂອງ​ດວງ​ຈັນ ມີ​ຂຸມ​ນ້ອຍໆ​ໃຫຍ່ໆ​ທີ່​ມີ​ຮູບ​ຕ່າງ​ກັນ ອົງ​ປະກອບ​ຕ່າງ​ກັນ​ແລະ​ເວລາ​ກຳ​ເນີ​ດຂຶ້ນ​ຕ່າງ​ກັນ​ແຈກ​ຢາຍກັນ​ຢູ່

ໃນ​ພິທີ​ເຜີຍ​ແຜ່​ພາບ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ມື້​ດຽວ​ກັນ,ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີ​ຈີນ​ກ່າວ​ວ່າ  ​ໂຄງການ​ສຳ​ຫຼວດດວງ​ຈັນ​ເທື່ອ​ທຳ​ອິດ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ສົມບູນ ​ເຮັດ​ໃຫ້​ຈີນ​ກ້າວ​ຂຶ້ນ​ສູ່​ຖັນ​ແຖວ​ທີ່​ປະ​ເທດ​ທີ່​ມີ​ຄວາມ​ສາມາດ​ສຳ​ຫຼວດອະວະກາດ​ໃນ​ໂລກ ນີ້​ແມ່ນ​ການສະ​ແດງ​ອອກ​ທີ່​ສຳຄັນ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ກຳລັງ​ແຮງ​ສັງ​ລວມ​ແຫ່ງ​ຊາດ​ຈີນ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ  ຄວາມ​ສາມາດ​ປະດິດ​ສ້າງ​ໂດຍ​ຕົນ​ເອງ​ແລະ​ລະດັບ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຂອງ​ຈີນ​ໄດ້​ຍົກ​ສູ​ງຂຶ້ນ​ຢ່າງ​ບໍ່ຢຸດ​ຢັ້ງ