ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-26 17:26:57    
ທ່ານ​ນາງ​ກູ​ຊິ້ວ​ລຽນ​ກ່າວ​ເນັ້ນ​ຊຸກ​ຍູ້​ພັດ​ທະ​ນາ​ການ​ສຶກ​ສາ​ເພື່ອ​ແມ່​ຍິງ​ເພື່ອ​ຍົກ​ຄວາມ​ສາ​ມາດ​ຂອງ​ແມ່​ຍິງ​ໃຫ້​ສູງ​ຂຶ້ນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ25​ພະຈິກ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ນາງ​ກູ​ຊິ້ວລຽນ ຮອງ​ປະທານ​ ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ປະທານ​ສະຫະພັນ​ແມ່ຍິງ​ແຫ່ງ​ຊາດ​ຈີນ​ກ່າວ​​ເນັ້ນ​ວ່າ,ຕ້ອງ​ຊຸກ​ຍູ້​ພັດທະນາ​ການ​ສຶກສາ​ເພື່ອ​ແມ່ຍິງ​ຕື່ມ​ອີກ,​ເພື່ອຍົກ​ ຄວາມ​ສາມາດ​ຂອງ​ແມ່ຍິງ​ໃຫ້​ສູງ​ຂຶ້ນ​​ໂດຍ​ທົ່ວ​ໄປ.

ໃນ​ງາ​ນສຳ​ມະ​ນາ​ທີ່ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ນາງ​ກູ​ຊິ້ວລຽນ​ໄດ້​ຊີ້​ອອກ​ວ່າ,ການ​ຊຸກ​ຍູ້​ພັດ​ທະ​ນາ​ການ​ສຶກ​ສາ​ເພື່ອ​ແມ່​ຍິງ,​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ແມ່ຍິງ​ໃຫ້​ສູງ​ຂຶ້ນ​ໂດຍ​ທົ່ວ​ໄປແມ່ນ​ຄວາມ​ຮຽກ​ຮ້ອງ​ອັນ​ຮີບ​ດ່ວນ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍບາຍ​ພື້ນ​ຖານ​ສົ່ງ​ເສີມ​ບົດບາດ​ຍິງ-ຊາຍ​ຂອງ​ລັດ​,​ອອກ​ແຮງ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເພດ​ຍິງ,​ເຮັດ​ໃຫ້​ແມ່​ຍິງ​ບັນລຸ​ຄວາມ​ກ້າວ​ໜ້າ​ແລະ​ການ​ພັດ​ທະ​ນາ​ຕົວ​ເອງ.​ບົນ​ພື້ນ​ຖານ​ທີ່​ທົບ​ທວນ​ຄືນ​ຜົນ​ໄດ້​ຮັບ​ຕົ້ນ​ຕໍ​ແລະ​ບົດ​ຮຽນ​ໃນ​ດ້ານ​ພັດ​ທະ​ນາ​ການ​ສຶກ​ສາ​ເພື່ອ​ແມ່ຍິງ​ຂອງ​ຈີນ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ນາງ​ໄດ້​ສະ​ເໜີ​ໜ້າ​ທີ່​ແລະ​ຄວາມ​ຮຽກ​ຮ້ອງ​ພື້ນ​ຖານ​ແຫ່ງ​ການ​ຊຸກ​ຍູ້​ພັດ​ທະ​ນາ​ການ​ສຶກ​ສາ​ເພື່ອ​ແມ່ຍິງ.ນາງ​ຊີ້​ອອກ​ວ່າ,ຕ້ອງ​ຍຶດໝັ້ນ​ພັດ​ທະນະ​ທັດ​ວິ​ທະ​ຍາ​ສາດ,​ຊຸກ​ຍູ້​ຄວາມ​ທ່ຽງ​ທຳ​ດ້ານ​ການ​ສຶກສາ​ຕື່ມ​ອີກ,​ຄົ້ນ​ຄວ້າ​ກົດ​ເກນ​ແຫ່ງ​ການ​ສຶກ​ສາ​ແມ່ຍິງ.​ຕ້ອງ​ເຮັດ​ໃຫ້​ສົງ​ຄົມ​ມີ​ຄວາມ​ຮັບ​ຮູ້​ຕື່ມ​ອີກ​ຕໍ່​ຄວາມ​ສຳ​ຄັນ​ແຫ່ງ​ການ​ສຶກ​ສາ​ເພື່ອ​ແມ່​ຍິງ,​ສ້າງ​ແລະ​ປັບ​ປຸງ​ລະ​ບົບ​ສຶກ​ສາ​ອົບ​ຮົມ​ແມ່ຍິງ​ທົ່ວ​ປະ​ເທດຈີນ​ໃຫ້​ສົມ​ບູນ​ຂຶ້ນ​ກວ່າ​ເກົ່າ.