|
|
(GMT+08:00)
2007-11-26 18:16:00
|
|
ຈີນຕັ້ງໜ້າຊຸກຍູ້ລະບົບຄຸ້ມຄອງຄວາມປອດໄພຂອງອາຫານHACCP
cri
ຕາມຂ່າວສານຊິນຮວາ,ເຈົ້າໜ້າທີ່ຈັດຕັ້ງເວທີປາໄສວິສາຫະກິດຄືເວທີປາໄສສາກົນລະດັບສູງກ່ຽວກັບຄວາມປອດໄພດ້ານອາຫານທີ່ຈັດຂຶ້ນຢູ່ປັກກິ່ງແຈ້ງໃຫ້ຊາບວ່າ,ຈີນພວມອອກແຮງຊຸກຍູ້ລະບົບຄຸ້ມຄອງຄວາມປອດໄພດ້ານອາຫານ HACCP.
ປັດຈຸບັນ,ຈີນໄດ້ວາງຫຼັກການຄຸ້ມຄອງຄວາມປອດໄພດ້ານອາຫານ,ປະດິດສ້າງທິດສະດີຄວາມປອດໄພດ້ານອາຫານແລະໄດ້ກຳນົດບາດກ້າວປະຕິບັດລະບົບຄຸ້ມຄອງຄວາມປອດໄພດ້ານອາຫານ HACCPຍ້ອນວ່າການຢັ້ງຢືນມາດຕະຖານHACCPໄດ້ຮັບການນຳໃຊ້ທົ່ວໄປໃນການຄ້າຜະລິດຕະພັນອາຫານໃນສາກົນ,ສະນັ້ນ,ວິສາຫະກິດພາຍໃນປະເທດຈີນທີ່ໄດ້ຜ່ານການຢັ້ງຢືນຈາກ HACCPບໍ່ພຽງແຕ່ໄດ້ຮັບຜົນງານອັນພົ້ນເດັ່ນໃນດ້ານຮັບປະກັນຄວາມປອດໄພແລະຄຸນນະພາບຂອງອາຫານ,ແລະເພີ່ມຊື່ສຽງຂອງຍີ່ຫໍ້ຜະລິດຕະພັນອາຫານເທົ່ານັ້ນ,ການຄ້າສາກົນດ້ານອາຫານກໍສະດວກກວ່າເກົ່າ.
ປຶ້ມປົກຂາວກ່ຽວກັບສະພາບຄວາມປອດໄພແລະຄຸນນະພາບອາຫານຂອງຈີນສະບັບຫຼ້າສຸດຊີ້ອອກວ່າ,ຈີນມີວິສາຫະກິດຜະລິດອາຫານ1ແສນ1ໝື່ນແຫ່ງໄດ້ຮັບໃບຢັ້ງຢືນມາດຕະຖານດ້ານຄຸນນະພາບແລະຄວາມປອດໄພແລະອະນຸຍາດເຂົ້າສູ່ຕະຫຼາດ.ວິສາຫະກິດຜະລິດອາຫານເກືອບ2700ແຫ່ງໄດ້ຮັບການຢັ້ງຢືນ HACCP
|
|
|