ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-27 17:27:16    
ຈີນ​ອອກ​ແຮງ​ເຮັດ​ໃຫ້​ວຽກ​ງານ​ແມ່​ຍິງ​ຂະ​ຫຍາຍ​ຕົວ​ແລະ​ກ້າວ​ຫນ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​

cri

 ວັນ​ທີ 27 ພະຈິກ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານນາງ​ກູ້​ສິວລຽນ ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ທັງ​ເປັນ​ປະທານ​ສະຫະພັນ​ແມ່ຍິງ​​ທົ່ວ​ປະ​ເທດ​ຈີນ​ໄດ້​ກ່າວ​ວ່າ,ລັດຖະບານ​ຈີນ​​ໄດ້​ຖືການ​ຊຸກຍູ້​ໃຫ້​ບັນລຸ ຄວາມ ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ​​ເປັນ​ນະ​ໂຍບາຍພື້ນຖານຂອງ​ຊາດ​ທີ່​ຊຸກຍູ້​ໃຫ້​ປະ​ເທດ​ແລະ​ສັງຄົມ​ພັດທະນາ,ອອກ​ແຮງ​ຊຸກຍູ້​ໃຫ້​ວຽກ​ງານ​ແມ່ຍິງ​ຂະຫຍາຍຕົວ​ແລະ​ກ້າວ​ຫນ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​​.


ໃນ​ກອງ​ປະຊຸມ​ສະມາຊິກສະພາ​ແຫ່ງ​ຊາດ​ເພດ​ຍິງ​ແລະ​ລັດຖະມົນຕີ​ເພດ​​ຍິງ​ຂອງອາຊີ​ຄັ້ງ​ທີ 5 ທີ່​ຈັດ​ຂຶ້ນ​​ໃນ​ມື້​ດຽວ​ກັນ,ທ່ານ​ນາງກູ້​ສິວ​ລຽນກ່າວວ່າ,ລັດ ຖະບານ​ຈີນ​ໄດ້​ສ້າງ​ກົນ​ໄກ​ຂອງລັດທີ່​ຊຸກຍູ້​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ, ບູລະນະ​ລະບົບ​ກົດ​ຫມາຍ​ກົດ​ບັນຍັດ​ແລະ​ລະບົບ​ວຽກ​ງານ​ທີ່​ຊຸກຍູ້​ການ​ພັດທະນາ​ຂອງ ​ແມ່ຍິງ​ແລະ​ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ແມ່ຍິງ​ໃຫ້ສົມບູນ​ຂຶ້ນ,​ແລ້ວ ປະກອບ​ເປັນ​ສະຖານະ​ພາບ​​​ອັນ​ດີງາມ​ທີ່​ທົ່ວ​ສັງຄົມ​ຮ່ວມ​ກັນ​ເອົາ​ໃຈ​ໃສ່​​ແລະ​ສະ​ຫນັບ​ສະ​ຫນູນ​ວຽກ​ງານ​ແມ່ຍິງ.​ໃນ​ຫຼາຍ​ປີ​ມານີ້,ຈີນ​ໄດ້​ອອກ​ແຮງ​ຊຸກຍູ້​ໃຫ້ການ​ສຶກສາ​ພາບ​ບັງ ຄັບພັດທະນາ​ຢ່າງດຸນ​ດຽງກັນ,ຮັບປະກັນ​ໃຫ້​ແມ່ຍິງ​ແລະ​ເດັກ​ຍິງ​ຜູ່​ທຸກ​ຍາກ​ມີ​ສິດ ທີ່ໄດ້​ຮັບການ​ສຶກສາ​ຢ່າງ​ສະ​ເຫມີ​ພາບ,ປົກ​ປັກຮັກສາ​ສິດຜົນ​ປະ​ໂຫຍ​ດຂອງ​ເດັກນ້ອຍ​ໄດ້​ຍ້າຍ​ທີ່ຢູ່​ນຳ​ພໍ່​ແມ່​ໄດ້​ຮັບ​ການ​ສຶກສາຢ່າງ​ແທ້​ຈິງ​ແລະ​ດຳ​ເນີນກິດຈະການລຶບລ້າງ​ຄວາມ​ກືກ​ຫນັງສືຢ່າງ​ຕັ້ງ​ຫນ້າ,​ແລະ​ໄດ້​ຮັ​ບຫມາກຜົນ​ຢ່າງ​ເດັ່ນ​ຊັດ.