ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-27 18:16:58    
ວິ​ສາ​ຫະ​ກິດ​ຈີນ​ແລະ​ມາ​ເລ​ເຊຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ອາ​ຫານ​ມຸສ​ລິມ

cri
ຕາມ​ຂ່າວສານ​ຈີນ,ງານ​ສຳ​ມະ​ນາ​ໂອກາດ​ການ​ຄ້າ​ຂະ​ແໜງ​ການ​ອາ​ຫານ​ມຸສ​ລິ​ມມາ​ເລ​ເຊຍ-ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ອູ​ລູມີ​ຊີ​ເຂດ​ຊິນ​ເຈ່ຍ ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ໃນ​ວັນ​ທີ​26​ພະຈິກ​ນີ້. ​ເຈົ້າ​ໜ້າ​ທີ່​ລັດ​ຖະບານ​ແລະ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ທີ່​ຮ່ວມ​ປະ​ຊຸມ​ກ່າວ​ວ່າ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ດ້ານ​ອາ​ຫານ​ແລະ​ເຄື່ອງ​ໃຊ້​ມຸສ​ລິມ.

ຜູ່​ແທນ​ວິ​ສາ​ຫະກິດ​ເຂດ​ຊິນ​ຈ່ຽງທີ່​ຮ່ວມ​ປະຊຸມ​ກ່າວ​ວ່າ,ງານ​ສຳ​ມະ​ນາ​ເທື່ອ​ນີ້​ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່​ວິ​ສາ​ຫະກິດ​ເຂດ​ຊິນ​ຈ່ຽງ​ຊອກ​ຮູ້​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ມາ​ເລ​ເຊຍ,​ແລະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ວິ​ສາ​ຫະກິດ​ເຂດ​ຊິນ​ຈ່ຽງ​ກັບ​ວິ​ສາ​ຫະ​ກິດ​ມຸສ​ລິມ​ມາ​ເລ​ເຊຍ.

ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ອຸຍ​ອູ​ຊິນ​ຈ່ຽງ​ແມ່ນ​ເຂດ​ບໍ​ລິ​ຫານ​ຂັ້ນ​ແຂວງ​ທີ່​ມີ​ປະ​ຊາ​ກອນ​ມຸສ​ລິ​ມຫຼາຍ​ກວ່າ​ໝູ່​ຂອງ​ຈີນ, ອາຫານ​ແລະ​ເຄື່ອງ​ໃຊ້​ມຸສ​ລິມ​ແມ່ນ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ​ຂອງ​​ເຂດ​​ຊິນ​ຈ່ຽງມາ​ດົນ​ແລ້ວ​.ມາ​ເລ​ເຊຍ​ມີ​ບົດ​ຮຽນ​ແລະ​ມາດ​ຕະ​ຖານ​ສູງ​ໃນ​ດ້ານ​ການ​ຜະ​ລິດ​ອາ​ຫານ​ແລະ​ເຄື່ອງ​ໃຊ້​ມຸສ​ລິມ,​ແມ່ນ​ຄູ່​ຮ່ວມ​ມື​ທີ່​ດີ​ຂອງ​ເຂດ​ຊິນ​ຈ່ຽງ​ເພື່ອ​ຮ່ວມ​ກັນ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ອາ​ຫານ​ແລະ​ເຄື່ອງ​ໃຊ້​ມຸສ​ລິມ.