|
 |
(GMT+08:00)
2007-11-27 18:34:04
|
ທ່ານບາໂລໂຊປະທານຄະນະກຳມາທິການສະຫະພາບເອີລົບເດີນທາງຮອດປັກກິ່ງ ຈະເຂົ້າຮ່ວມການພົບປະລະຫວ່າງຜູ່ນຳຈີນສະຫະພາບເອີລົບ
cri
ຕາມຂ່າວສານຊິນຮວາ,ທ່ານຈອສ ມາເນວ ບາໂລໂຊ ປະທານຄະນະກຳມາທິການສະຫະພາບເອີລົບໄດ້ເດີນທາງຮອດປັກກິ່ງໃນຕອນບ່າຍວັນທີ27ພະຈິກນີ້,ຈະເຂົ້າຮ່ວມການພົບປະລະຫວ່າງຜູ່ນຳຈີນສະຫະພາບເອີລົບຄັ້ງທີ10ທີ່ຈະຈັດຂຶ້ນຢູ່ປັກກິ່ງໃນວັນທີ28ພະຈິກນີ້.
ທ່ານຫູຈິນທາວ ປະທານປະເທດຈີນ ທ່ານເວິ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນຕ່າງຈະພົບປະຜູ່ນຳຂອງສະຫະພາບເອີລົບເຊິ່ງລວມທັງທ່ານບາໂລໂຊ.
ກົນໄກພົບປະກັນລະຫວ່າງຜູ່ນຳຈີນສະຫະພາບເອີລົບແມ່ນກົນໄກປຶກສາຫາລືປະຈຳປີລະດັບສູງສຸດລະຫວ່າງຈີນກັບສະຫະພາບເອີລົບ, ໄດ້ເສີມຂະຫຍາຍບົດບາດສຳຄັນໃນການພັດທະນາການພົວພັນຈີນສະຫະພາບເອີລົບ.ການພົບປະລະຫວ່າງຜູ່ນຳຈີນສະຫະພາບເອີລົບຄັ້ງທຳອິດແມ່ນຈັດຂຶ້ນຢູ່ລອນດອນໃນປີ1998.
|
|
|