ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-27 20:53:31    
ເຂດ​ໃໝ່​ພູ​ຕົ່ງ​ຂອງ​ນະ​ຄອນ​ຊຽງ​ໄຮ້​ຈີນ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ໃນ​ຂໍ້​ຜູກ​ພັນ​ເກືອບ 40​ ຕື້​ໂດ​ລາ

cri
ຕາມ​ຂ່າວ CRI: ນັບ​ແຕ່​ເຂດພູ​ຕົ່ງຂອງ​ນະຄອນ​ຊຽງ​ໄຮ້​ຈີນ​ພັດ​ທະ​ນາ​ແລະ​ເປີດ​ປະ​ຕູ​ສູ່​ພາຍ​ນອກ​​ໃນ 17 ປີ​ມາ​ນີ້, ​ໄດ້​ອະນຸມັດ​ໂຄງ​ການ​ທຶນ​ຕ່າງ​ປະ​ເທດ​ເກືອບ 1 ໝື່ນ 6 ພັນ​ໂຄງ​ການ, ​ທຶນ​ຕ່າງປ​ະ​ເທດໃນ​ຂໍ້​ຜູກ​ພັນ​ເກືອບ 40 ຕື້​ໂດ​ລາ.

ວັນ​ທີ 27 ພະຈິກ​ນີ້, ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ຊຸ່ນຢົງ​ຊຽງ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ເສດຖະກິດ​ເຂດ ໃໝ່ ​ພູ​ຕົ່ງ​ ​ກ່າວ​ວ່າ, ​ໃນຫຼາຍປີ​ມາ​ນີ້, ​​ໃນ​ດ້ານ​ການ​ດຶງ​ດູດ​ທຶນ​ຕ່າ​ງປະ​ເທດ, ເຂດ​ໃໝ່ພູ​ຕົ່ງ​ກຳລັງ​ຫັນປ່ຽນ​ຈາກ​ປະລິມານ​​ໄປສູ່​ຄຸນ​ນະພາ​ບ,​ໂຄງ​ການ​ທຶນ​ຕ່າງ​ປະ​ເທດ​ຄ່ອຍໆ​ຫັນ​ເປັນ​ຖື​ການ​ບໍລິການ​ແລະ​ການ​ຜະລິດ​ລະດັບ​ສູງ​ເປັນ​ຕົ້ນຕໍ.

ທ່ານ​ກ່າວ​ວ່າ​, ​ໃນຫຼາຍປີ​ຕໍ່​ໜ້າ, ​ເຂດ ໃໝ່ ​ພູ​ຕົ່ງ​ ​ຍັງ​ຈະ​ນຳ​ໃຊ້​ທ່າ​ແຮງ​ທີ່​ເປັນ​ທ່າ​ກ່ຳ​ປັ່ນ, ຕັ້ງໜ້າ​ຊັກ​ນຳ​ທຶນ​ຕ່າງປະ​ເທດ​ໄປ​ລົງທຶນ​ຢູ່​ຂະ​ແໜງ​ການ​ຈໍລະ​ຈອນ​ສິນຄ້າ​ແລະ​ການ​ຄ້າ. ອີງ​ຕາມ​ແຜນ​ການ​ສ້າງ​ນະ​ຄອນ​ຊຽງ​ໄຮ້​ໃຫ້​ກາຍ​ເປັນ​ສູນ​ການ​ເງິນ​ສາ​ກົນ​ໃນປີ 2020​ຂອງ​ລັດ​ຖະ​ບານ​ສູນ​ກາງ, ​ເຂດ​ພູ​ຕົ່ງ​ຍັງ​ຈະ​ດຳ​ເນີນ​ການ​ຊອກ​ຄົ້ນ​ອັນ​ຕັ້ງ​ໜ້າ​ຕ່າງໆ​ໃນ​ດ້ານ​ພັດ​ທະ​ນາ​ການ​ເງິນ.