ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-28 17:53:59    
ຈີນ​ຄັດ​ຄ້ານ​ການ​ຂົ່ມ​ຂູ່​ຢ່າງ​ເປີດ​ເຜີຍ​ທີ່​ມີ​ຕໍ່​ຄວາມ​ປອດ​ໄພ​ຂອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່​ປັກ​ກິ່ງ​ໃນວັນ​ທີ​28​ພະ​ຈິກ​ນີ້,​ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ຄັດ​ຄ້ານ​ການ​ຂົ່ມ​ຂູ່​ຢ່າງ​ເປີດ​ເຜີຍ​ທີ່​ມີ​ຕໍ່​ຄວາມ​ປອດ​ໄພ​ຂອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ຈີນ.

ມີ​ນັກ​ຂ່າວ​ຖາມ​ວ່າ,ຕາມ​ຂ່າວ​ແຈ້ງວ່າ,ຂະ​ບວນການ​ຍຸດຕິ​ທຳ​ແລະ​ສະ​ເໝີພາບ​ເຊິ່ງ​ເປັນ​ກຸ່ມ​ປະກອບ​ອາວຸດຕ້ານ​ລັດ​ຖະ​ບານ​ຊູ​ດັງ​ກ່າວ​ວ່າ​ບໍ່​ຍິນ​ດີ​ຕ້ອນ​ຮັບ​ແລະ​ກໍ​ບໍ່​ອະນຸຍາດ​ໃຫ້​ທະ​ຫານ​ຊ່າງ​ຮັກ​ສາ​ສັນ​ຕິ​ພາບ​ຈີນ​ເຂົ້າ​ສູ່​ເຂດ​ຄວບ​ຄຸມ​ຂອງ​ອົງ​ການ​ດັ່ງ​ກ່າວ​ແລະ​ຮຽກ​ຮ້ອງ​ໃຫ້​ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ຈີນ​ອອກ​ຈາກ​ຊູ​ດັງ​ໃນ​ທັນ​ທີ,​ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ໃຊ້​ການ​ເຄື່ອນ​ໄຫວ​ທີ່​ກ່ຽວ​ຂ້ອງ​?

ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ຈີນ​​ເຂົ້າ​ໃຈ​ຍາກ​ແລະ​ກໍ່​ບໍ່​ຮັບ​ເອົາ​ຄຳ​ຕິ​ຕຽນ​ຕໍ່​ຈີນ​ທີ່​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ເຂດ​ດາ​ຟູ.​ຄວາມ​ປອດ​ໄພ​ຂອງ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ​ເຊິ່ງ​ລວມ​ທັງ​ເຈົ້າ​ໜ້າ​ທີ່​ຂອງ​ຈີນ​ຕ້ອງ​ໄດ້​ຮັບ​ການ​ຮັບ​ປະ​ກັນ.

ທ່ານ​ຊິນ​ກ່າງ​ກ່າວ​ວ່າ,​ໂດຍ​ຕອບສະໜອງ​ຕາມ​ຄຳ​ເຊີນ​ຂອງ​ສະຫະ​ປະຊາ​ຊາດ,​ລັດ​ຖະ​ບານ​ຈີນ​ຕົກ​ລົງ​ສົ່ງ​ກອງ​ທະຫານ​ຊ່າງ​ຫຼາຍ​ຂະ​ແໜງ​315​ຄົນ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ເຂດ​ດາ​ຟູ​ຂອງ​ຊູ​ດັງ.ປັດຈຸບັນ,ຈີນ​ພວມ​ອີງ​ຕາມ​ຄວາມ​ຮ້ອງ​ຂໍ​ຂອງ​ສະ​ຫະ​ປະ​ຊາ​ຊາດ,​ໄດ້​ຈັດ​ວາງ​ກອງ​ທະຫານ​ຊ່າງ​ຂອງ​ຈີນພ້ອມ​ແລ້ວ,​ຕົ້ນ​ຕໍ​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ສ້າງ​ຖະ​ໜົນ,​ຂົວ​ແລະ​ຂຸດ​ນ້ຳ​ສ້າງ​ເປັນ​ຕົ້ນ.