ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-29 17:31:34    
ໂຮງ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ລົມ​ເທິງ​ທະ​ເລ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ເລີ່ມ​ໃຊ້​ການ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໂຮງ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງ​ລົມ​ເທິງ​ທະ​ເລ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ທີ່​ຢູ່​ອ່າວ​ລຽວຕົ່ງ​ທະ​ເລ​​ໂປ​​ໄຫຈີນ​​ເລີ່​ມ​ໃຊ້​ການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ​28​ພະ​ຈິກ​ນີ້.​ເຈົ້າ​ໜ້າ​ທີ່ຂະ​ແໜງນີ້​ບອກວ່າ,​ໂຮງ​ຜະລິດ​ໄຟຟ້າ​ດັ່ງ​ກ່າວ​ຈະ​ອຳ​ນວຍ​ເຕັກ​ນິກ​ແລະ​ສະ​ສົມ​ບົດ​ຮຽນ​ໃຫ້​ແກ່​ການ​ພັດທະນາ​ການ​ຜະລິດ​​ໄຟຟ້າ​ດ້ວຍ​ພະລັງ​ລົມ​ເທິງ​ທະ​ເລ​ຂອງ​ຈີນ,​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໄດ້​ຮັບ​ການ​ພັດທະນາ​ແບບກ້າວ​ກະ​ໂດດ​ໃນ​ດ້ານ​ນີ້.

ໂຮງ​ຜະລິດ​ໄຟຟ້າ​ດັ່ງກ່າວ​ແມ່ນ​ບໍ​ລິ​ສັດ​ແມ່​ນ້ຳ​ມັນ​ເຊື້ອ​ໄຟ​ທະ​ເລ​ຈີນ​ເປັນ​ຜູ່​ລົງ​ທຶນ,​ອອກ​ແບບ​ແລະ​ສ້າງ​ ຂຶ້ນ,​ໄດ້​ທົດ​ລອງ​ຜະລິດ​ໄຟຟ້າ​ເລີ່​ມ​ແຕ່ວັນ​ທີ8​ພະຈິກ​ນີ້,ຮອດ​ວັນ​ທີ26​ພະ​ຈິກ​ນີ້​ ຜະ​ລິດ​ໄຟ​ຟ້າ ໄດ້​2​ແສນ​ກິ​ໂລ​ວັດ​ໂມງ​ແລ້ວ,​ແມ່ນ​ໂຮງ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງ​ລົມ​ເພື່ອ​ສະ​ໜອງ​ໄຟຟ້າ​ໃຫ້​ບໍ່​ນ້ຳມັນ​ແລະ​ອາຍ​ແກັສທຳ​ມະ​ຊາດ​ເທິງ​ທະ​ເລ​​ໂດຍ​ສະ​ເພາະ​ແຫ່ງ​ທຳ​ອິດ​ໃນ​ໂລກ.