ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-29 18:30:50    
ຈີນ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຕໍ່​ການ​ລາຍ​ງານ​ຂ່າວ​ບໍ່​ຖືກ​ຄວາມ​ຈິງ​ກ່ຽວ​ກັບ​ກ່ຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​"ກິ​ຕິ​ຮອກ"ອາ​ເມ​ລິ​ກາ​ ຢ້ຽມ​ຢາມ​ຮົງ​ກົງ

cri

ຕາມ​ຂ່າວCRI,ວັນ​ທີ29​ພະຈິກ​ນີ້,ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງ​ປະທດຈີນ​ໄດ້​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ຕໍ່​ການ​ລາຍ​ງານ​ຂ່າວ​ທີ່​ບໍ່​ຖືກ​ຕາມ​ຄວາມ​ຈິງ​ກ່ຽວ​ກັບກ່ຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​"ກິ​ຕິ​ຮອກ"​ອາ​ເມ​ລິ​ກາຢ້ຽມຢາມ​ຮົງ​ກົງ.

ກ່ອນ​ນີ້,ມີ​ສື່​ມວນ​ຊົນ​ລາຍ​ງານ​ວ່າ,ຍ້ອນ​ໃນ​ທີ່​ສຸດ,​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ"ກິ​ຕິ​ຮອກ"ບໍ່​ໄດ້​​ໄປຢ້ຽມຢາມຮົງ​ກົງ​,ສະ​ນັ້ນ,ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່​ຈີນ​ຢ່າງ​ເປັນ​ທາງ​ການ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້​,ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ,ການ​ລາຍ​ງານ​ຂ່າວ​ດັ່ງກ່າວ​ບໍ່​ຖືກ​ຕາມ​ຄວາມ​ຈິງ,​ຈີນ​ບໍ່​ໄດ້​ຮັບ​ການ​ກ່າວ​ປະ​ທ້ວງ​ຈາກ​ອາ​ເມ​ລິ​ກາ​ເລີຍ,​ແລະ​ຈີນ​ກໍເຫັນ​ວ່າ​ຕໍ່​ບັນ​ຫາ​ດັ່ງ​ກາວ​ບໍ່​ຄວນ​ມີ​ການ​ກ່າວ​ປະ​ທ້ວງ​ໃດໆ.

ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ,ກ່ຽວ​ກັບ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ"ກິ​ຕິ​ຮອກ"ຢ້ຽມຢາມ​ຮົງ​ກົງ,​ຈີນ​ແມ່ນ​ຄົ້ນຄວ້າອະນຸມັດ​ຕາມ​ຫຼັກ​ການ​ອະ​ທິ​ປະ​ໄຕ​ແລະ​ສະ​ພາບ​ຕົວ​ຈິງ​ຕະ​ຫຼອດ​ມາ.​ ຍ້ອນ​ສາຍ​ເຫດ​ດ້ານ​ສິດທິ​ມະນຸດ,ຈີນ​ຈຶ່ງ​ເຫັນ​ດີ​ໃຫ້​ກ່ຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ"ກິ​ຕິ​ຮອກ"​ຢ້ຽມ​ຢາມ​ຮົງ​ກົງ,​ສ່ວນ​ພາຍ​ລຸນ​ມາ​ອາ​ເມ​ລິ​ກາ​ໄດ້​ມີ​ການ​ຕົກ​ລົງ​ແນວ​ໃດ​ນັ້ນ​ມັນ​ແມ່ນ​ເລື່ອງ​ຂອງ​ຝ່າຍ​ອາ​ເມ​ລິ​ກາ​ເອງ.

ຕາມ​​ແຜນການ,ກ່ຳ​ປັ່ນ​ບັນທຸກ​ເຮືອບິນ"ກິ​ຕິ​ຮອກ"ອາ​ເມ​ລິ​ກາ​ຈະ​ຢ້ຽມ​ຢາມ​ຮົງ​ກົງ​ກ່ອນມື້​ບຸນ​ຂອບ​ໃຈ​ພະ​ເຈົ້າ​1​ວັນ,​ເພື່ອ​ໃຫ້​ນາຍ​ແລະ​ພົນ​ທະ​ຫານ​ເທິງ​ກ່ຳ​ປັ່ນ​ໄດ້​ຮ່ວມ​ກັນ​ສະ​ຫຼອງ​ບຸນ​ດັ່ງ​ກ່າວ​ກັບ​ຄອບ​ຄົວ.​ພາຍ​ຫຼັງ​ຈີນ​ເຫັນ​ດີ​ຕໍ່​ການ​ຢ້ຽມ​ຢາມ​ດັ່ງ​ກ່າວ​ແລ້ວ,​ອາ​ເມ​ລິ​ກາ​​ໄດ້​ປ່ຽນ​ໃຈ​ບໍ່​ໄປ​ຢາມ​ຮົງ​ກົງ.