ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-29 18:31:18    
ນະ​ໂຍ​ບາຍ​ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ​ສະ​ບັບ​ທຳ​ອິດ​ຂອງ​ຈີນ​ປະ​ກາດ​ຕໍ່​ພາຍ​ນອກ​ຢ່າງ​ເປັນ​ທາງ​ການ

cri
ຕາມ​ຂ່າວ CRI: ວັນ​ທີ 29 ພະຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ​ໄດ້​ປະກາດນະ​ໂຍບາຍ​ອຸດສາ​ຫະກຳ​ຖ່ານ​ຫີນ​ສະບັບ​ທຳ​ອິດ​ຂອງ​ຈີນ​. ນະ​ໂຍບາຍ​ດັ່ງກ່າວ​ຈະ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ດ້ານ​ຕ່າງໆ, ​ເຊັ່ນ: ການ​ອະນຸຍາດ​ໃຫ້​ດຳ​ເນີນ​ອຸດສາ​ຫະກຳ​ຖ່ານ​ຫີນ​ເຂັ້ມ​ງວດ​ກວ່າ​ເກົ່າ, ຮັບປະກັນ​ການ​ຜະລິດ​ຖ່ານ​ຫີນຢ່າງ​ປອດ​ໄພ, ​ແລະ​ເພີ່ມ​ທະວີ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ.

ນະ​ໂຍບາຍ​ອຸດສາ​ຫະກຳ​ຖ່ານ​ຫີນ​ຈະ​ວາງ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ຢ່າງ​ຈະ​ແຈ້ງ​ໃນ​ດ້ານຕ່າງໆ, ​ເຊັ່ນ: ການ​ອະນຸຍາດ​ໃຫ້​ເຮັດ​ອຸດສາ​ຫະກຳ, ການ​ຜະລິດ​ຢ່າງ​ປອດ​ໄພ, ການ​ປະຢັດ​ການ​ນຳ​ໃຊ້ຖ່ານ​ຫີນ​ແລະ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ, ​ແລະ​ໄດ້​ສະ​ເໜີ​ເປົ້າ​ໝາຍ​ພັດທະນາ​ອຸດສາ​ຫະກຳ​ຖ່ານ​ຫີນພ້ອມ​ດ້ວຍ​ມາດ​ຕະການ​ຮັບປະກັນ​ການ​ບັນລຸ​ເປົ້າ​ໝາຍ.

ໃນ​ດ້ານ​ການ​ປະຢັດ​ພະລັງງານ​​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ນະ​ໂຍບາຍ​ອຸດສາ​ຫະກຳ​ຖ່ານ​ຫີນ​​ໄດ້​ສະ​ເໜີ​ຍຸດ​ທະ​ສາດ​ພັດທະນາ​ທີ່​ປະຕິບັດ​ການ​ປະ​ຢັດ​ກ່ອນ​ໝູ່, ຍົກ​ສູງ​ປະສິດ​ທິພາບ​ນຳ​ໃຊ້​ຊັບພະ​ຍາກອນ​ຖ່ານ​ຫີນ, ຊຸກ​ຍູ້​ການຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ບໍ່​ຖ່ານ​ຫີນ​ໂດຍລວມ, ສ້າງ​ລະບຽບການ​ປະ​ເມີນຄວາມ​ສາມາດ​ຫາບ​​ແບກ​ຂອງ​ສິ່ງ​​ແວດ​ລ້ອມ​ເຂດ​ບໍ່​ຖ່ານ​ຫີນ​ແລະ​ສ້າງ​ລະບົບ​ຕົວ​ເລກ​ຄາດໝາຍ​ຂອງ​ການ​ຕີ​ລາຄາ​.