ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-30 17:33:33    
ເມືອງ​ເຊິ່ນ​ເຈິ້ນ​ຈັດ​ກອງ​ປະ​ຊຸມ​ແລກ​ປ່ຽນ​ຊ່ຽວ​ຊານ​ສາ​ກົນ​ຈີນ​ປີ 2007

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 30 ພະຈິກ​ນີ້,ກອງ​ປະຊຸມ​ແລ​ກປ່ຽນຊ່ຽວຊານ ສາກົນ​ຈີນ​ປີ 2007 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ເສີ້​ນ​ເຈິ້ນທາງພາກ​ໃຕ້​ຂອງ​ຈີນ

ທ່ານ​ຮວາ​ຈ້ຽນຫມິນ ​ທີ່​ປຶກສາ​ແຫ່ງ​ລັດ​  ເລຂາທິການ​ຄະນະລັດຖະບານ​ຈີນ​ທີ່​ເຂົ້າ​ຮ່ວມພິທີ​ໄຂ​ກອງ​ປະຊຸມ​ກ່າວ​ວ່າ,ລັດຖະບານ​ຈີນ​ຈະ​ຊຸກຍູ້​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ຜູ່​ຊ່ຽວຊານ​ສາກົນຢ່າງ​ຕັ້ງຫນ້າ​ກວ່າ​ເກົ່າ,ຫວັງຢ່າງ​ຈິງ​ໃຈແລະ​ຍິນ​ດີ​ຕ້ອນຮັບ​ຜູ່​ຊ່ຽວຊານ​ຕ່າງປະ​ເທດ​ແລະ​ເພື່ອນຕ່າງປະ​ເທດ​ຫຼາຍ​ກວ່າ​ເກົ່າ​ມາ​​​ເຮັດ​ວຽກ​ຢູ່​ຈີນ,​ເຂົ້າ​ຮ່ວມ​ການກໍ່​ສ້າງ​ທັນ​ສະ​ໄຫມ​ຂອງ​ຈີນ​ດ້ວຍ​ທຸກ​ຮູບແບບ. ລັດຖະບານ​ຈີນ​ຈະ​ໃຫ້ການ​ບໍລິການ​ທີ່​ສະດວກ​ແລະ​ມີ​ຄຸນ​ນະພາ​ບດີ​ກວ່າ​ເກົ່າ​ເພື່ອ​ແລກປ່ຽນຜູ່​ຊ່ຽວຊານ,ສ້າງ​​ເງື່ອນ​ໄຂ​ໃນ​ດ້ານວຽກ​ງານ​ແລະ​ຊີວິດ​ການ​ເປັນ​ຢູ່​ທີ່ດີ​ ກວ່າ​ເກົ່າ​​ໃຫ້ ແກ່​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ຂະ​ແຫນງ​ການຕ່າງໆ​ທີ່​ມາ​ເຮັດ​ວຽກ​ຢູ່​ຈີນ.

ນັບ​ແຕ່​ປີ 2001 ມາ​ນີ້,ກອງ​ປະຊຸ​ມ​ແລກປ່ຽນ​ຊ່ຽວຊານ​ສາກົນ​ຈີນມີຈຸດປະສົງ​​ເພື່ອ​ແລກປ່ຽນ​ດ້ນສະ ຕິປັນຍາແລະ​ຊຸກຍູ້​​ໃຫ້ພ້ອມ​ກັນພັດທະນາ​ ​ແລະໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ມາ 5 ​ເທື່ອ​ຢ່າງ​ສຳ​ເລັດ​ຜົນ.