ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-30 18:47:35    
ຈີນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ການ​ສັງ​ເກດ​ຕິດ​ຕາມ​ໜ່ວຍ​ໂລກ​ອີກ

cri
ຕາມ​ຂ່າວCRI,ວັນ​ທີ30​ພະຈິກ​ນີ້,ກົມ​ອຸຕຸນິຍົມ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,​ໃນ​ກອງ​ປະຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ4​ຂອງ​ອົງການ​ສັງ​ເກດ​ຕິດຕາມໜ່ວຍ​​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ອາ​ຟິຼກ​ກາ​ໃຕ້​ໃນ​ຫວ່າງ​ມໍ່ໆ​ນີ້,​ຈີນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ຄະນະ​ບໍລິຫານ​ງານ​ຂອງ​ອົງ​ການ​ດັ່ງ​ກ່າວ​ອີກ​ເທື່ອ​ໜຶ່ງ.​ດຣ​ເຈິ້ງ​ໂກກ​ວ່າງ ຫົວໜ້າ​ກົມ​ອຸຕຸນິຍົມ​ຈີນ​ເປັນ​ປະທານ​ປະສົມ​ຂອງ​ອົງການ​ດັ່ງ​ກ່າວ​ອີກ​ວາ​ລະ​ໜຶ່ງ.

ກົມ​ອຸຕຸນິຍົມ​ຈີນ​ກ່າວ​ວ່າ,ຈີນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ການ​ສັງ​ເກດ​ຕິດຕາມໜ່ວຍ​ໂລກ​ອີກ,​ໄດ້​ຢັ້ງຢືນ​ເຖິງ​ບົດ​ບາດ​ສາ​ກົນ​ຂອງ​ຈີນ​ໃນ​ຂົງ​ເຂດ​ສັງ​ເກດ​ຕິດ​ຕາມ​ໜ່ວຍ​ໂລກ​ອີກ​ເທື່ອ​ໜຶ່ງ.ຄຽງ​ຄູ່​ກັບ​ຄວາມ​ກ້າວ​ໜ້າ​ຂອງ​ເຕັກ​ນິກ​ບັນ​ຊາ​ທາງ​ໄກ​ໃນ​ອະ​ວະ​ກາດ,​ຈີນ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ສ້າງ​ລະ​ບົບ​ສັງ​ເກດ​ຕິດ​ຕາມ​ທົ່ວ​ໂລກ​ແລະ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ນີ້.

ອົງການ​ສັງ​ເກດ​ຕິດຕາມໜ່ວຍ​ໂລກ​ແມ່ນ​ອົງການ​ສາກົນ​ລະຫວ່າ​າງລັດຖະບານ​ທີ່​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ2005,ອົງການ​ນີ້​ໄດ້​ລິ​ເລີ່​ມສ້າງ​ລະບົບ​ ລວມ​ເພື່ອ​ສັງ​ເກດ​ຕິດ​ຕາມ​ໜ່ວຍ​ໂລກ​ໃນ​ທົ່ວ​ໂລກ.​ຈີນ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ລິ​ເລີ່​ມສ້າງ​ອົງການ​ດັ່ງກ່າວ.​ປັດ​ຈຸ​ບັນ,​ອົງ​ການ​ນີ້​ມີ​ປະ​ເທດ​ສະ​ມາ​ຊິກ​ເຖິງ​73​ປະ​ເທດ,ກາຍ​ເປັນ​ອົງການ​ສາກົນ​ຂະໜາດ​ໃຫຍ່​ກວ່າ​ໝູ່​ໃນ​ຂົງ​ເຂດ​ສັງ​ເກດ​ຕິດ​ຕາມ​ໜ່ວຍ​ໂລກ​ໃນ​ປັດ​ຈຸ​ບັນ.