ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-02 17:53:30    
ທ່ານ​ເວິນ​ເຈ່ຍ​ປາວ​ຫວັງ​ໃຫ້​ຈີນ​ຍີ່​ປຸ່ນ​ນຳ​ໃຊ້​ກົນ​ໄກ​ເຈ​ລະ​ຈາ​ເສດ​ຖະ​ກິດ​ລະ​ດັບ​ສູງ​ຢ່າງ​ເຕັມ​ທີ່​ເພື່ອ​ເຮັດ​ໃຫ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ພັດ​ທະ​ນາ​ຢ່າງ​ສືບ​ເນື່ອງ​ໝັ້ນ​ທ່ຽງ​ແລະ​ປອດ​ໃສ

cri

ຕາມ​ຂ່າວCRI,ວັນ​ທີ2​ທັນວາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເວິ່ນ​ເຈ່ຍ​ປາວ(ຂວາ) ນາຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ມາ​ຊາ​ຮິ​ໂຄ ​ໂຄ​ມູຣາ (ຊ້າຍ)ລັດຖະມົນຕີ​ວ່າ​ກາກ​ກະຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ພ້ອມ​ດ້ວຍ​ຄະນະ​ທີ່​ມາ​ຈີນ​ເຂົ້າ​ຮ່ວມ​ການ​ເຈລະຈາ​ດ້ານເສດຖະກິດ​ລະດັບ​ສູງ​ຈີນ​ຍີ່​ປຸ່ນ​ຄັ້ງ​ປະ​ຖົມ​ມະ​ເລີກ.ທ່ານ​ຫວັງ​ໃຫ້​ຈີນ​ແລະ​ຍີ່​ປຸ່ນ​ນຳ​ໃຊ້​ກົນ​ໄກ​ດັ່ງ​ກ່າວ​ຢ່າງ​ເຕັມ​ທີ່,​ເພື່ອ​ເຮັດ​ໃຫ້​ການ​ພົວ​ພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າງ​ສືບ​ເນື່ອງ ໝັ້ນ​ທ່ຽງ​ແລະ​ປອດ​ໃສ.

ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ປີໜ້າ​ແມ່ນ​ການ​ເຊັນ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ຈີນ​ຍີ່​ປຸ່ນ​ຄົບ​ຮອບ30​ປີ,ສອງ​ຝ່າຍ​ຄວນຈັບ​ໂອກາດ​ນີ້​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື,​ຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ ມີ​ໄມ​ຕີ​ຈິດ​ທຸກ​ເຊັ່ນ​ຄົນ ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ພັດ​ທະ​ນາ​ພ້ອມ​ກັນ.

ທ່ານ​ມາ​ຊາ​ຮິ​ໂຄ ​ໂຄ​ມູຣາ ກ່າວ​ວ່າ,ຍີ່​ປຸ່ນຍິນ​ດີ​ສືບ​ຕໍ່​ຊຸກ​ຍູ້​ການ​ເຈລະຈາ​ເສດ​ຖະ​ກິດ​ລະ​ດັບ​ສູງ​ຍີ່​ປຸ່ນ​ຈີນ,​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຍີ່​ປຸ່ນ​ຈີນ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ມື້​ດຽວ​ກັນ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຖາງ​ເຈ່ຍ​ສວນ ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ມາ​ຊາ​ຮິ​ໂຄ​ໂຄ​ມູ​ຣາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ.