ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-04 15:37:02    
ຈີນ​ພະ​ຍາ​ຍາມ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ດີ​ໃນ​ປີ 2020

cri
ຕາມ​ຂ່າວ CRI:ວັນ​ທີ 4 ທັນວາ​ນີ້ ຢູ່​ປັກ​ກິ່ງ,ທ່ານ​ຈູ້​ເລ້​ຍເຄີ້ ຮອງ​ຫົວຫນ້າ​ກົມ​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການ​ສ້າງສາ​ຊີວະ​ພາບ​ແລະ​ການ​ປົກ​ປ້ອງ​ທຳ​ມະ​ຊາດ,ພະ ຍາຍາມ​ໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ດີງາມ​ໃນປີ 2020.

ທ່ານ​ກ່າວ​ວ່າ, ​ເພື່ອ​ບັນລຸ​ເປົ້າຫມາຍ​ດັ່ງກ່າວ, ຈີນ​ຈະ​ເພີ່​ທະວີ​ການ​ສ້າງສາ​ຊີວະ​ພາບ​ທີ່​ຖື​ການ​ປູກ​ຕົ້ນ​ໄມ້​​ໃຫ້​ເປັນປ່າ​ເປັນ​ຫລັກ,ສື​ບຕໍ່ສ້າງ​ໂຄງການ​ຊີວະ​ພາບ​ຈຸດ​ຫນັກ​ຕ່າງໆ​ໃຫ້​ດີ​ເຊັ່ນ:ປົກ​ປ້ອງ​ປ່າ​​ໄມ້ທຳ​ມະ​ຊາດ ປູກ​ໄມ້​ໃຫ້​ເປັນ​ປ່າ​ຄືນ​ໃຫມ່​ໃນ​ເນື້ອ​ທີ່​ເຄີຍ​ສັບ​ສ່າ​ວ​ເປັນ​ນາ​ສວນ,ປ້ອງ​ກັນ​ການ​ຫັນ​ເປັນ​ທະ​ເລ​ຊາຍ​ແລະ​ອື່ນໆກພ້ອມ​ກັນນັ້ນກໍ່​ເພີ່ມ​ທະວີ​ການ​ປົກ​ປ້ອງ​ແລະ​ຄຸ້ມ​ຄອງ​ປ່າ​ໄມ້,ຮັກສາ​ຊີວະ​ນາໆ​ພັນ​ຢ່າງ​ເຂັ້ມງວດ,ສ້າງ​ວັດທະນະທຳ​​ຊີວະ​ພາບ​ໃຫ້​ດີ.

ຫນ້າ​ທີ່​ສຳຄັນ​ແລະ​ເປົ້າຫມາຍຂອງ​ຈີນ​​ໃນ​ການສ້າງ​ເປັນ​ປະ​ເທດ​ທີ່​ມີ​ຊີວະ​ພາບ​ທີ່​ດີງາມ​ກໍ່​ຄື:​ເມື່ອ​ຮອດ​ປີ 2020, ອັດຕາ​ປົກ​ຫຸ້ມ​ດ້ວຍ​ປ່າ​ໄມ້​ບັນລຸ​ເຖີງ 23% ຂຶ້ນ​ໄປ,ຈຳນວນ​ເຂດ​ປົກ​ປ້ອງ​ທຳ​ມະ​ຊາດ​ມີ​ປະມານ 2300 ບ່ອນ, ກວມ 14,5% ຂອງ​​ເນື້ອ​ທີ່​​ທັງ​ຫມົດໃນທົ່ວ​ປະ​ເທດ​ຈີນ.