ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-05 13:57:28    
ແຂວງ​ຢຸນ​ນານ​ສົ່ງ​ໄຟ​ຟ້າ​ໃຫ້​ຫວຽດ​ນາມ​ບັນ​ລຸ​100​ລ້ານ​ກວ່າ​ໂດ​ລາ​ເປັນ​ເທື່ອ ທຳ​ອິດ

cri

ຕາມ​ຂ່າວສານ​ຈີນ:ວັນ​ທີ 4 ທັນວາ​ນີ້,ຢູ່​ທີ່​ນະຄອນ​ຄຸນ​ມິ​ງ,ຜູ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ບໍລິສັດ​​ເຄືອຂ່າຍ​​ໄຟຟ້າ​ແຂວງ​ຢຸນນານ​ຈີນ​ກ່າວ​ວ່າ,ນັບ​ແຕ່​ບໍລິສັດ​ດັ່ງກ່າວ​ໄດ້​ສົ່ງ​ກະ​ແສໄຟຟ້​ໄປ​ຂາຍ​ໃຫ້ຫວຽດນາມນັບ​ແຕ່​ເດືອນ​ກັນຍາ​ປີ 2004 ​ເປັນ​ຕົ້ນ​ມາ,ລາຍ​ຮັບ​ຄ່າຂາຍ​ຈາກ​ກະ​ແສ​ໄຟຟ້າ​ໄດ້​ເພີ່ມຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ໃນ​ຫມົດ​ປີນີ້ລາຍ​ຮັບຈະ​ຫຼາຍ​ກວ່າ 100 ລ້ານ​ໂດ​ລາ​ເປັນ​​ເທື່ອ​ທຳ​ອິດ.
​ແຂວງ​ຢຸນນານທີ່​ຕັ້ງ​ຢູ່​​ຊາຍ​ແດນ​ພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້​ຂອງ​ຈີນ​ໄດ້​​ເປີດ​ກວ້າງ​ຂະ ຫນາດ​ສົ່ງ​ໄຟຟ້າ​ໃຫ້​ພາກ​ເຫນືອ​ຂອງ​ຫວຽດນາມ​ຕໍ່​ໄປ,ສະ​ແດງ​ໃຫ່​ເຫັນ​ວ່າການ​ຮ່ວມ​ມື​ເສດ ຖະກີດ​ຂອງ​ອະນຸ​ພາກ​ພື້ນອ່າງ​ແມ່​ນ້ຳຂອງ​ໄດ້​ຮັບ​ຫມາກຜົນທີ່​ມີ​ປະສິດທິພາບໃນ​ຂົງ​ເຂດ​ການ​ຄ້າ​ພະລັງງານ​ໄຟຟ້າ.


ຂ່າວ​ແຈ້ງວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,​ເສດຖະກິດ​ແຫ່ງ​ຊາດຫວຽດນາມ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ,ຄວາມ​ຮຽກຮ້ອງຕ້ອງການພະລັງງານ​ໄຟຟ້າ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວວາ,​ແລະ​ປະ​ເຊີນ​ກັບ​ສະພາບ​ຂາດ​ເຂີນ​ພະ ລັງງານ​ໄຟຟ້າ.ກ່ຽວ​ກັບ​ເລື່ອງ​ນີ້,ຝ່າຍ​ຫວຽດນາມ​ໄດ້​ສະ​ເຫ​ນີຕໍ່​ຝ່າຍ​ຈີນ,​ຢາກຂໍ​ຊື້​ໄຟຟ້າ​ຈາກ​ແຂວງ​ຢຸນນານ​ຈີນ​ເພີ່ມ​ຂຶ້ນ.ບໍລິສັດ​ເຄືອ​ຂ່າຍ​ໄຟຟ້າ​ຂອງ​ພາກ​ໃຕ້​ຈີນ​ພວມດຳ​ເນີນ​ວຽກ​ງານ​ດັ່ງກ່າວໃນ​ໄວໆ​ນີ້,​ແລະ​ມອບໃຫ້​ບໍລິສັດ​ເຄືອ​ຂ່າຍ​ໄຟຟ້າ​ແຂວງ​ຢຸນນານ​ຮັບ​ຜີ​ດຊອບ​​ໃນ​ການ ​ສົ່ງກະ​ແສ​ໄຟ​ຟ້າ​ໃຫ້​ຫວຽດນາມ.