ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-05 18:05:00    
ແຂວງ​ຢຸນນານ​ຂອງ​ຈີນ​ລົງ​ທຶນ​ຢູ່​ອາ​ຊຽນ​ຫຼາຍ​ກວ່າ 300 ລ້ານ​ໂດ​ລາ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ​ພະ​ແນ​ກການ​ຄ້າ​ແຂວງ​ຢຸນນານ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ນັບ​ມາ​ຮອດ​ທ້າຍ​ເດືອນ​ພະຈິກ​ນີ້, ​ແຂວງ​ຢຸນນານ ພາກ​​ໃຕ້​ຂອງ​ຈີນ​ໄດ້​ລົງທຶນສ້າງ​ວິ​ສາ​ຫະກິດ​​ຢູ່ປະ​ເທດ​ອາຊຽນ​ເຖິງ 95 ​ແຫ່ງ, ມູນ​ຄ່າ 300 ລ້ານ​ກວ່າໂດ​ລາ.

ໃນ​ການ​ລົງທຶນ​ຢູ່​ປະ​ເທດ​ອາຊຽນຂອງ​ແຂວງ​ຢຸນນານ, ​ໂຄງການ​ໃຫຍ່​ທີ່​ມີ​ມູນ​ຄ່າຫຼາຍກວ່າ 5 ລ້ານ​ໂດ​ລາ​ນັ້ນກວມ​ 69%. ວິ​ສາ​ຫະກິດ​​ເອກະ​ຊົນ​ກວມ 70% ຂອງ​ການລົງທຶນ.

ການ​ລົງທຶນ​ຂອງ​ແຂວງ​ຢຸນນານ 80% ​​ເຕົ້າ​ໂຮມ​ຢູ່​ໃນ​ສາມ​ປະ​ເທດຄືມຽນມາ ລາວ ​ແລະ​ຫວຽດນາມ.
ປີ 2006, ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ແຂວງ​ຢຸນນານ​ທີ່​ມີ​ຕໍ່​ອາຊຽນ​ເກືອບ 2 ຕື້ 200 ລ້ານ​ໂດ​ລາ. ​ສິນຄ້າ​ທີ່​ແຂວງ​ຢຸນນານ​ສົ່ງ​ອອກ​ໄປ​ອາຊຽນຕົ້ນຕໍ​ມີ​ຟົສຟໍ​ເຫຼືອງ, ​ໃບ​ຢາສູບ, ​​ໂລຫະ​ມີ​ສີ, ​ຟຸ່ນ​ເຄມີ ​ແລະ​ເຄື່ອງ​ໃຊ້​ປະຈຳ​ວັນ​ເປັນຕົ້ນ; ສິນຄ້າ​ທີ່​ນຳ​ເຂົ້າຈາກ​ອາຊຽນຕົ້ນຕໍ​ມີ​​ແຮ່​ໂລຫະ​ຕ່າງໆ ​ໄມ້ ຜະລິດ​ຕະພັນ​ປຸງ​ແຕ່ງ​ດ້ານ​ກະສິກຳ, ​ແລະ​ຜະລິດ​ຕະພັນຈາກທະ​ເລ​ເປັນຕົ້ນ.