ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-06 19:27:18    
ນະ​ຄອນ​ຫຼວງ​ປັກ​ກິ່ງ​ອົບ​ຮົມ​ອາ​ສາ​ສະ​ຫມັກ​ງານ​ກິ​ລາ​ໂອ​ລິມ​ປິກ​ຢ່າງ​ຂະ​ຫນາດ​ໃຫຍ່

cri

ຕາມ​ຂ່າວສານ​ຈີນ:ວັນ​ທີ 5 ທັນວາ​ນີ້,ກິດຈະກຳ​ສັບປະດາ​ແລກປ່ຽນ​ສາກົນ​ຂະຫນາດ​ໃຫຍ່​ຂອງ​​ອາສາ​ສະຫມັກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຈັດ​ຂຶ້ນ​ຢູ່ປັກ​ກິ່ງ,​ໃນ​ຫຼາຍ​ມື້​ຕໍ່ຫນ້າ,ຜູ່​ຮັບ​ຜິດຊອບ​ອົງການ​ຈັດ​ຕັ້ງ​ອາສາ​ສະຫມັກ​ແລະ​ຜູ່​ຊ່ຽວຊານ​ອາສາ​ສະຫມັກ​ທີ່​ມາ​ຈາກ 12 ປະ​ເທດ​​ແລະ​ເຂດ​ແຄ້ວ​ນ​ເຊັ່ນ​ຈີນ ອາ​ເມ​ລິ​ກາ ອົສຕຼາລີ​ແລະ​ຍີ່​ປຸ່ນ​ເປັນ​ຕົ້ນ​ຈະ​ຊົມ​ໃຊ້​ບົດຮຽນ​ແລະ​ທິດ​ສະ​ດີ​ອັນ​ອຸດົມສົມບູນ​ຂອງ​ເຂົາ​ເຈົ້າ​ກັບ​​ອາສາ​ສະຫມັກງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຫມົດ​ທຸກ​ຄົນ.


ຂ່າວ​ແຈ້ງວ່າ,ນີ້​​ແມ່ນຊຸດອົບ​ຮົມ​ຂະຫນາດ​ໃຫຍ່​ເທື່ອ​ຫນຶ່ງ​ຕໍ່​ອາສາ​ສະຫມັກ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ກ່ອນ​ຈັດງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງປີ 2008.ຜູ່​ຖືກອົບຮົມ​ແມ່ນຜູ່​ອຳນວຍ​ການ​ອາສາ​ສະຫມັກ​ຂອງ​ຫໍ​ແລະ​ສະຫນາມ​ກິ​ລາ​ໂອ​ລິ​ມປິກ  ອາສາ​ສະຫມັກຫຼັກ​ແຫ່ຼງ​ແລະອາສາ​ສະຫມັກ​ນັກ​ສຶກສາ​ຂອງ​ໂຮງຮຽນ​ຊັ້ນ​ສູງ​ເປັນ​ຕົ້ນ.​ໃນ​ໄລຍະ​ສັບປະດາ​ແລກປ່ຽນ,ຜູ່​ຊ່ຽວຊານ​ຈີນ​ແລະ​ຕ່າງປະ​ເທດ​ຈະ​ອົບຮົມ​ອາສາ​ສະຫມັກ​ດ້ວຍ​ຮູບການ​ໂຮມສູນ​ສິດສອນ ​ແລກປ່ຽນ​ແລະ​ຫາລື​ເປັນ​ຕົ້ນ.


ຕາມສະຖິຕິ,ນັບ​ມາ​ຮອດ​ປະຈຸ​ບັນ,ຈຳນວນຜູ່ສະຫມັກ​ຊື່​​ເປັນ​ອາສາ​ສະຫມັກ​ຂອງ​ງານ​ກິລາ​ໂອ​ລິມ ປິກ​ປັກ​ກິ່ງ​ແລະ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ໄດ້​ມີ​ເຖິງ 7 ​ແສນ 6 ຫມື່ນ​ຄົນ,ຈຳນວນ​ຜູ່ສະ ຫມັກ​ຊື່​​ເປັນ​ອາສາ​ສະຫມັກ​ຂອງ​ຕົວ​ເມື​ອງ​ໄດ້​ຫຼາຍ​ກວ່າ 8 ​ແສນ 3 ຫມື່ນ​ຄົນ.