ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-07 17:17:25    
50 ກວ່າ​ອົງການ​ສາ​ກົນ​ມາ​ດຳ​ເນີນ​ໂຄງ​ການ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ພະ​ຍາດ​ເອດ​ຢູ່​ຈີນ

cri Author: mo
ຕາມ​ຂ່າວສານ​ຈີນ: ວັນ​ທີ 6 ທັນວາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຮວງ​ເຈ​ຟູ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາລະນະ​ສຸກ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ປັດຈຸບັນ, ​ໄດ້​ມີ 50 ກວ່າ​ອົງການ​ສາກົນ​ມາດຳ​ເນີນ​ໂຄງການ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ເອດ​ຢູ່​ຈີນ​ແລ້ວ.

ທ່ານ​ຮວງ​ເຈ​ຟູ​ກ່າວ​ວ່າ, ຕາມ​ສະຖິຕິທີ່​ຍັງ​ບໍ່​ທັນ​ຄົບຖ້ວນ, ​​ໃນໂຄງການ​ຮ່ວມ​ມື​ສາກົນ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ພະຍາດ​ເອດ​ທີ່​ໄດ້​ດຳ​ເນີນ​ມາແຕ່​ປີ 2005 ຫາ​ປີ​ 2007 ນັ້ນ, ​ຄ່າ​ໃຊ້​ຈ່າຍທີ່​ໂຄງການ​ຕ້ານ​ເອດ​ຮັບປາກ​ຈະ​​ໃຫ້ທຶນ​ນັ້ນມີ​ປະມານ 200 ລ້ານ​ໂດ​ລາ. ​ໂຄງການ​ຮ່ວມ​ມື​ສາກົນ​ເຫຼົ່ານີ້​ໄດ້​ໃຫ້​ຄວາມ​ຊ່ອຍ​ເຫຼືອຢ່າງຫຼວງຫຼາຍ​ແກ່​ຈີນ​ໃນ​ດ້ານ​ນຳ​ເຂົ້າ​ເຕັກນິກ ຊັບພະຍາກອນ ​​ຈຸດ​ທົດ​ລອງ​ເຜີຍ​ແຜ່​ວິທີ​ປິ່ນປົວ ​ແລະ​ການ​ປ່ຽນ​ແປງທັດສະນະ​ຄະ​ຕິ​.