ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-07 17:20:52    
ເວທີ​ປາ​ໃສ​ສຸດ​ຍອດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ຜະ​ລິດ​ຕະ​ພັນ​ກາ​ຕູນ​ແລະ​ການ​ເຕີບ​ໃຫຍ່​ຢ່າງ​​ແຂງ​ແຮງ​ຂອງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຂອງ​ຈີນ​ຄັ້ງ​ທີ 2 ​​ຈັດ​ຂື້ນ​ຢູ່​ປັກ​ກິ່ງ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 6 ທັນວາ​ນີ້, ເວທີ​ປາ​ໃສ​ສຸດ​ຍອດ​ກ່ຽວ​ກັບ​ການ​ພັດທະນາຂອງ​ຜະລິດຕະພັນ​ກາ​ຕູນ​ແລະການ​ເຕີບ​ໃຫຍ່​ຢ່າງ​​ແຂງ​ແຮງ​ຂອງ​ຊາວ​ໜຸ່ມ​ເຍົາວະ​ຊົນ​ຂອງ​ຈີນ​ຄັ້ງທີ 2 ​ໄດ້​ຈັດ​ຂື້ນຢູ່​ປັກ​ກິ່ງ.

ໃນ​ເວທີ​ປາ​ໃສ​ດັ່ງກ່າວ, ທ່ານ​ຈຽງ​ເຈີ້​ງຮວາ ຮອງ​ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊີ້​ອອກ​ວ່າ, ການຈັດ​ເວທີ​ປາ​ໃສ​ຂັ້ນສຸດ​ຍອດ ກ່ຽວ​ກັບ​ການ​ພັດທະນາຂອງ​ຜະລິດຕະພັນ​ກາ​ຕູນ​ແລະການ​ເຕີບ​ໃຫຍ່​ຢ່າງ​​ແຂງ​ແຮງ​ຂອງ​ຊາວ​ໜຸ່ມ​ເຍົາວະ​ຊົນ​​ຈີນມີ​ຄວາມ​ໝາຍ​ຕົວ​ຈິງຫຼາຍ, ​ແມ່ນ​ມາດ​ຕະການ​ສຳຄັນ​ທີ່​ຊຸກ​ຍູ້​ຜະລິດ​ຕະພັນ​ກາ​ຕູນ​ພັດທະນາ​ແລະ​ຍົກພະລັງອ່ອນ​ດ້ານ​ວັດທະນະທຳ​ແຫ່ງ​ຊາດ​ໃຫ້​ສູງ​ຂຶ້ນ. ທ່ານ​ກ່າວ​ເນັ້ນວ່າ, ວົງ​ການ​ກາ​ຕູນ​ແລະ​ພາກສ່ວນ​ທີ່​ຄຸ້ມ​ຄອງ​ຕ້ອງ​ກຳ​ໂອກາດ​ທີ່​ດີ​ທີ່​ວັດທະນະ​ທຳ​ຈີນ​ພັດທະນາ​​ໄວ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ, ​​ແລ້ວ​​ເກີດ​ເປັນ​ກະ​ແສ​ພັດທະນາ​ວັດທະນະທຳ​ກາ​ຕູນ, ​ເພີ່ມ​ທະວີ​ວຽກ​ງານ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ເນື້ອ​ໃນ ການ​ບຸກ​ເບີກ​ຕະຫຼາດ ​ແລະ​ນະ​ໂຍບາຍ​ສິ່ງ​ແວດ​ລ້ອມ​ເປັນຕົ້ນ, ສ້າງ​ປະ​ເທດ​ຈີນ​ໃຫ້​ເປັນ​ປະ​ເທດ​ທີ່​ມີ​ຊື່​ສຽງໃນ​ດ້ານ​ກາ​ຕູນ​.