ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-08 18:19:36    
ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳຣັດ​ເຊຍ​ມອບ​ລາງວັນ​ໃຫ້​ບຸກຄົນຣັດ​ເຊຍ​ທີ່​ປະກອບສ່ວນ​ອັນ​ພົ້ນ​ເດັ່ນຕໍ່​ກິດຈະກຳ"ປີ​ແຫ່ງ​ຊາດ"ຈີນຣັດ​ເຊຍ

cri

ຕາມ​ຂ່າວCRI: ວັນ​ທີ7ທັນວາ​ນີ້ ທ່ານ​ລິວ​ກູ​ຊ່າງ ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳຣັດ​ເຊຍ​ໄດ້​ຕາງໜ້າ​ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະມົນຕີ​ແລະ​ນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີຈີນ ​ມອບ​ລາງວັນປະກອບສ່ວນ​ອັນ​ພົ້ນ​ເດັ່ນ"ປີ​ແຫ່ງ​ຊາດ"ຈີນຣັດ​ເຊຍ ​ແລະ​ໃບຍ້ອງຍໍ"ປີ​ແຫ່ງ​ຊາດ"ຈີນຣັດ​ເຊຍ ​ໃຫ້​ບຸກຄົນຣັດ​ເຊຍ​ເຊັ່ນ​ທ່ານ​ເດ​ນີຊົຟ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຜູ່​ທີ​ໜຶ່ງ​ຂອງຣັດ​ເຊຍ​ແລະ​ທ່ານ​ອື່ນໆ ​ທີ່​​ໄດ້ປະກອບສ່ວນ​ອັນ​ພົ້ນ​ເດັ່ນຕໍ່​ກິດຈະກຳ"ປີ​ແຫ່ງ​ຊາດ"ຈີນຣັດ​ເຊຍ.

​ໃນ​ພິທີ​ມອບ​ລາງວັນ ທ່ານ​ລິວ​ກູ​ຊ່າງ​ກ່າວ​ວ່າ,ກິດຈະກຳ"ປີ​ແຫ່ງ​ຊາດ"ຈີນຣັດ​ເຊຍທີ່​ດຳ​ເນີນ​ເປັນ​ເວລາ2ປີ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ສົມບູນ,​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຢ່າງ​ຫຼວງ​ຫຼາຍ,ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ຢ່າງ​ແຂງ​ແຮງ.ທ່ານ​ກ່າວ​ວ່າ, ກິດຈະກຳ"ປີ​ແຫ່ງ​ຊາດ"ຈີນຣັດ​ເຊຍມີ​ຜົນ​ສະທ້ອນ​ອັນຕັ້ງໜ້າ​​ແລະ​ກວ້າງຂວາງ ຍາວ​ນານ​ແລະ​ເລິກ​ເຊິ່ງຕໍ່​ການ​ພົວພັນ​ໝູ່ຄູ່​ປະສານ​ງານ​ຍຸດ​ທະ​ສາດ​ລະຫວ່າງ​ຈີນຣັດ​ເຊຍ.

ທ່ານ​ເດ​ນີຊົຟຕາງໜ້າ​ຜູ່​ໄດ້​ຮັບ​ລາງວັນ​ສະ​ແດງ​ຄວາມ​ຂອບອົກ​ຂອບ​ໃຈ​ຢ່າງ​ຈິງ​​ໃຈຕໍ່ການ​ຍ້ອງຍໍ​ຂອງ​ລັດຖະບານ​ຈີນ.ທ່ານ​ຊີ້​ອອກ​ວ່າ,ກິດຈະກຳ"ປີ​ແຫ່ງ​ຊາດ"ຈີນຣັດ​ເຊຍ​ໄດ້​ຕື່ມ​ພະລັງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃຫ້​ແກ່ການ​ພົວພັນ​ໝູ່ຄູ່ປະສານ​ງານ​ຍຸດ​ທະ​ສາດຣັດ​ເຊ​ຍ ຈີນ,​ໄດ້​ປັບປຸງ​ພື້ນຖານ​ສັງຄົມ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໝັ້ນຄົງ​ຢ່າງ​ຫຼວງ​ຫຼາຍ,ສອງ​ຝ່າຍ​ຈະ​ຈັດການ​ເຄື່ອນ​ໄຫວ​ທີ່ມີ​ປະສິດທິ​ຜົນໃນກິດຈະກຳ"ປີ​ແຫ່ງ​ຊາດ"ຈີນຣັດ​ເຊຍຕໍ່​ໄປຕາມ​ເວລາ​ກຳນົດ​.