ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-10 15:10:33    
ກິດ​ຈະ​ກຳ​ແລກ​ປ່ຽນ​ການ​ທ່ອງ​ທ່ຽວ​3​ໝື່ນ​ຄົນ​ຈີນ​ຍີ່​ປຸ່ນ​ສິ້ນ​ສຸດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ

cri
ຕາມ​ໜັງ​ສື​ພິມ​ເຢິນ​ມິນ​ຢື້​ປ້າວ​ສະບັບ​ຕໍ່​ຕ່າງ​ປະ​ເທດ,​ກິດ​ຈະ​ກຳ​ແລກ​ປ່ຽນ​ການ​ທ່ອງ​ທ່ຽວ​3​ໝື່ນ​ຄົນ​ຈີນ​ຍີ່​ປຸ່ນ​ເພື່ອ​ລະ​ລຶກ​ສາຍ​ສຳ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ​ຍີ່​ປຸ່ນ​ຫັນ​ເປັນ​ປົກ​ກະ​ຕິ​ຄົບ​ຮອບ​35​ປີ​ໂດຍ​ມີ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ແລະ​ກະ​ຊວງ​ທີ່​ດິນ​ແລະ​ຄົມ​ມະ​ນາ​ຄົມ​ຍີ່​ປຸ່ນ​ຮ່ວມ​ກັນ​ຈັດ​ຂຶ້ນ​ນັ້ນ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ​ຢູ່​ທີ່​ປັກ​ກິ່ງ​ໃນ​ຫວ່າງ​ມໍ່ໆ​ນີ້.

ກິດ​ຈະ​ກຳ​ດັ່ງ​ກ່າວ​ໄດ້ດຳ​ເນີນ​ແຕ່​ເດືອນ​ກັນຍາ​ຮອດ​ເດືອນ​ພະຈິກ​ແລ້ວ​ນີ້,​ເນື້ອ​ໃນ​ແມ່ນ​ຕົວ​ເມືອງຂອງ​ຈີນ​ແລະ​ຍີ່​ປຸ່ນ​ຈັດ​ກິດ​ຈະ​ກຳ​ແລກ​ປ່ຽນ​ຢ່າງ​ມີ​ໄມ​ຕີ​ຈິດ​ລະ​ຫວ່າງ​ນັກ​ທ່ອງ​ທ່ຽວ​ທຳ​ມະ​ດາ.

ຂ່າວ​ແຈ້ງວ່າ,ນັບ​ແຕ່​ສາຍ​ສຳ​ພັນ​ທາງ​ການ​ທູດ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ຫັນ​ເປັນ​ປົກ​ກະ​ຕິ​35ປີ​ມາ​ນີ້,​ກິດ​ຈະ​ກຳ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ໂດຍ​ແມ່ນ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ​ຕໍ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ຄູ່​ປີ.ຍີ່​ປຸ່ນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ​ໝູ່​ມາ​ທ່ຽວ​ຢູ່​ຈີນ​ໃນ​ຫຼາຍ​ປີ​ລຽນ​ຕິດ.​ແຕ່​ເດືອນ​ມັງ​ກອນ​ຮອດ​ເດືອນ​ຕຸ​ລາ​ປີ​ນີ້,​ນັກ​ທ່ອງ​ທ່ຽວ​ຍີ່​ປຸ່ນທີ່​ມາ​ທ່ຽວ​ຢູ່​ຈີນ​ໄດ້​ບັນລຸ3​ລ້ານ​3​ແສນ​2​ໝື່ນ​ເທື່ອ​ຄົນ,​ເພີ່ມ​ຂຶ້ນ​8%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.​ປະ​ຊາ​ຊົນ​ຈີນ​ໄປ​ທ່ຽວ​ຍີ່​ປຸ່ນ​ມີ​1​ລ້ານ​2​ແສນ​5​ໝື່ນ​ເທື່ອ​ຄົນ,​ເພີ່ມ​ຂຶ້ນ​ເກືອບ​15%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.​ສອງ​ປະ​ເທດ​ຈີນ​ຍີ່​ປຸ່ນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ແລກ​ປ່ຽນ​ດ້ານ​ການ​ທ່ອງ​ທ່ຽວ​ຢ່າງ​ຟົດ​ຟື້ນ.