ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-10 17:45:43    
ວຽກ​ງານ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ​ຂອງ​ຈີນ​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ​

cri
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້ ທ່ານ​ທົງ​ມິ​ງຄາງ ຮອງ​ຫົວຫນ້າ​ກົມ​ວັດຖຸບູຮານ​ຂອງ​ຈີນ​ກ່າວ​ວ່າ,​ໃນ​ຫລາຍ​ປີ​ມາ​ນີ້ ວຽກ​ງານ​ອະນຸລັກ​ແລະ​ສ້ອມ​ແປງ​ວັດຖຸບູຮານ​ຂອງ​ຈີນ​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ,​ໄດ້​ຮັບ​ຜົນງານຢ່າງ​ພົ້ນ​ເດັ່ນ.

ທ່ານ​ທົງ​ມິ​ງຄາງ​ກ່າວ​ວ່າ, ​ໃນ​ຫລາຍ​ປີ​ມາ​ນີ້, ຈີນ​ໄດ້​ເລັ່ງລັດສ້າງ​ກົດຫມາຍອະນຸລັກວັດ​ຖຸບູຮານຢ່າງ​ບໍ່​ຢຸດ​ຢັ້ງ, ​ໄດ້ສ້າງ​ເປັນ​​ໂຄງ​ຮ່າງ​ລະບອບກົດຫມາຍ​ຂອງ​ການ​ຄຸ້ມ​ຄອງ​ໂຄງການອະນຸລັກ​ວັດຖຸບູຮານ​ຈີນ.​ໂຄງການ​ສຳຄັນ​ດຳ​ເນີນ​ໄປ​ຢ່າງ​ສະດວກ,​ໂຄງການ​ອະນຸລັກວັດ​ຖຸບູຮານ​ສຳຄັນ​ເຊັ່ນ​ກຳ​ແພງ​ເມືອ​ງຈີນ ວັງ​ປູ​ຕາ​ລາຂອງ​ຕິ​ເບ​ດ​ແລະ​ອື່ນໆ​ໄດ້​ຮັບ​ຫມາກຜົນ​ສຳຄັນ​​ໃນ​ຂັ້ນຕອນ.ຖັນ​ແຖວອະນຸລັກ​ວັດຖຸບູຮານ​ຂອງ​ຈີນ​ໄດ້​​ ​ເປັນຮູບ​ເປັນ​ຮ່າງຂຶ້ນ​ໃນ​ເບື້ອງ​ຕົ້ນ,ກາຍ​ເປັນ​ກຳລັງ​ພື້ນຖານ​ຂອງ​ວຽກ​ງານ​ອະນຸລັກ​ແລະ​ສ້ອມແປງ​ວັດຖຸບູຮານ​ຂອງ​ຈີນ.ນອກ​ນີ້, ຈີນ​ຍັງ​ໄດ້​ຊ່ວຍ​ເຫລືອ​ກຳປູ​ເຈຍ​ແລະ​ມົງ​ໂກ​ເຮັດ​ວຽກອະນຸລັກແລະ​ສ້ອມ​​ແປງ​ວັດຖຸບູຮານ,​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ລັດຖະບານ​ແລະ​ປະຊາຊົນ​ປະ​ເທດ​ທີ່​ກ່ຽວຂ້ອງ.