ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-11 09:49:51    
ຈີນ​ຈະ​ເນັ້ນ​ການ​ເຮັດ​ວຽກ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຂອງ​ແຂວງ​ພາກ​ໃຕ້​ໃຫ້​ດີ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ກອງ​ປ​ະຊຸມ​ທີ່​ກ່ຽວຂ້ອງ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ​10​ທັນວາ​ນີ້,ທ່ານ​ອິນ​ເສິງ​ເຈ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະ​ສິ​ກຳ​ຈີນ​ກ່າວ​ວ່າ,​ຈີນ​ຈະ​ເນັ້ນ​ການ​ເຮັດ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຂອງ​ແຂວງ​ພາກ​ໃຕ້​ໃຫ້​ດີ.

ທ່ານ​ອິນ​ເສິງ​ເຈ​ກ່າວ​ວ່າ,ປີ​ນີ້, ພະຍາດ​ໄຂ້ຫວັດ​ສັດ​ປີກ​ໄດ້​ຫຼຸດ​ໜ້ອຍ​ລົງ​ຢ່າງ​ເດັ່ນ​ຊັດ,​ແຕ່​ຍັງ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ຫຼາຍ​ທີ່​ເຂດ​ສ່ວນ​ໜຶ່ງ​ຈະ​ເກີດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ໃນ​ຍາມ​ລະດູ​ໜາວ​ແລະ​ລະດູ​ໃບ​ໄມ້​ປົ່ງ,​ແຫ່ງ​ຕ່າງໆ​ຕ້ອງ​ເພີ່ມ​ຄວາມ​ເຂັ້ມ​ງວດ​ຂອງ​ມາດ​ຕະການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ສັງ​ລວມ​ໂດຍ​ມີ​ການ​ສັກ​ຢາປ້ອງ​ກັນ​ເປັນ​ຕົ້ນຕໍ.

ໄລຍະ​ມໍ່ໆ​ມາ​ນີ້,ກະຊວງ​ສາທາລະນະ​ສຸກ​ຈີນ​ໄດ້​ແຈ້ງ​ໃຫ້​ຊາບວ່າ​ສອງ​ຄົນ​ຕິດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ປະ​ເພດ​ຮ້າຍ​ແຮງ​ທີ່​ຢູ່​ແຂວງ​ຈ່ຽງ​ຊູ ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ຈີນ.​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຈີນ​ມີ​ຜູ່​ຕິດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ປະ​ເພດ​ຮ້າຍ​ແຮງ​ນັບ​ແຕ່​ເຂົ້າ​ສູ່​ລະ​ດູ​ໜາວ​ປີ​ນີ້​ມາ.​ໃນ​ນັ້ນ,​ມີ​ຜູ່​ໜຶ່ງ​ເສຍ​ຊີ​ວິດ,​ອີກ​ຜູ່​ໜຶ່ງ​ມີ​ອາ​ການ​ໄຄ​ຂຶ້ນ.