ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-11 18:14:08    
ການສະກັດ​ກັ້ນບໍ່​​ໃຫ້​ເຈົ້າໜ້າ​ທີ່​ໄຕ້ຫວັນ"ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ"ຢ່າງ​ບັງ​ເກີດ​ຜົນນັ້ນ ສອດຄ່ອງ​ກັບ​ຜົນປະ​ໂຫຍ​ດຮ່ວມ​ຂອງ​ປະຊາ​ຄົມ​ໂລກ

cri Author: da
ຕາມ​ຂ່າວCRI: ວັນ​ທີ11ທັນວາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຊິນ​ກາງ ​ໂຄສົກກະຊວງ​ການ​ຕ່າງປະ​ເທດຈີນ​ກ່າວ​ວ່າ,ການສະກັດ​ກັ້ນບໍ່​ໃຫ້​ເຈົ້າໜ້າ​ທີ່​ໄຕ້ຫວັນ"ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ"ຢ່າງ​ບັງ​ເກີດ​ຜົນນັ້ນ ມີ​ຜົນ​ດີຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ,ສອດຄ່ອງ​ກັບຜົນປະ​ໂຫຍ​ດ ຮ່ວມ​ຂອງ​ປະຊາ​ຄົມ​ໂລກ​ເຊິ່ງລວມທັງ​ຈີນ​​ແລະອາ​ເມ​ລິ​ກາ.

ຫວ່າງ​ມໍ່ໆ​ນີ້ ​ໃນ​ເວລາ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໄຕ້​ຫວັນ ທ່ານ​ໂທ​ມັສ ຄຼິສ​ເຕນ​ເຊ​ນ ຜູ່​ຊ່ວຍ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຄັດ​ຄ້ານ​ໄຕ້​ຫວັນ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ,ຈະສືບ​ຕໍ່​​ເອົາໃຈ​ໃສ່​ນຳ​ເລື່ອ​ງນີ້.​ທ່ານ​ຊິ່ນ​ກ່າງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ຕອບຄຳ​ຖາມ​ຂອງ​ນັກ​ຂ່າວໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ11ທັນວາ​ນີ້.

ທ່ານ​ຊິ່ນ​ກ່າງ​ກ່າວ​ເນັ້ນວ່າ,ທ່ານ​ເສີນ​ສຸຍ​ປຽນ​ບໍ່​ເອົາ​ຫົວຊາ​ນຳ​ຫຼັກການ​ຈີນ​ດຽວ​ທີ່​ປະຊາ​ຄົມ​ໂລກ​ຮັບຮອງ,ດື້​ດ້ານຫົວ​ແຂງ​ຊຸກຍູ້​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ​ເຊິ່ງລວມທັງ"ກາ​ນຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ",​ໄດ້​ຂົ່ມຂູ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ຊ່​ອງ​ແຄບ​ໄຕ້​ຫວັນ​ຢ່າງ​ໜັກໜ່ວງ,ຍ່ອມ​ຈະ​ຖືກ​ປະຊາ​ຄົມ​ໂລກ​ຄັດຄ້ານ​ຢ່າງ​ແນ່ນອນ.