ໃນ11ເດືອນທຳອິດປີນີ້ ສະຫະພາບເອີລົບ ອາເມລິກາແລະຍິ່ປຸ່ນສືບຕໍ່ເປັນຄູ່ການຄ້າໃຫຍ່ກວ່າໝູ່ຂອງຈີນ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ11ທັນວານີ້ ກົມໃຫຍ່ດ່ານພາສີຈີນປະກາດຂໍ້ມູນສະຖິຕິຫຼ້າສຸດວ່າ,ໃນ11ເດືອນທຳອິດປີນີ້ ສະຫະພາບເອີລົບ ອາເມລິກາແລະຍິ່ປຸ່ນສືບຕໍ່ປັນຄູ່ການຄ້າໃຫຍ່ກວ່າໝູ່ຂອງຈີນ.
ຕາມສະຖິຕິຂອງດ່ານພາສີ,ແຕ່ເດືອນມັງກອນຮອດເດືອນພະຈິກປີນີ້,ສະຫະພາບເອີລົບຍັງເປັນຄູ່ການຄ້າໃຫຍ່ທີໜຶ່ງຂອງຈີນ,ຍອດມູນຄ່າການຄ້າຈີນສະຫະພາບເອີລົບບັນລຸ322ຕື້700ລ້ານໂດລາ,ເພີ່ມຂຶ້ນ27%;ອາເມລິກາເປັນທີສອງຂອງຈີນ,ຍອດມູນຄ່າການຄ້າສອງຝ່າຍບັນລຸ276ຕື້200ລ້ານໂດລາ;ຍິ່ປຸ່ນເປັນທີສາມ,ຍອດມູນຄ່າການຄ້າສອງຝ່າຍບັນລຸ213ຕື້800ລ້ານໂດລາ.
ນອກນີ້,ແຕ່ເດືອນມັງກອນຮອດເດືອນພະຈິກປີນີ້,ມູນຄ່າການຄ້າສອງຝ່າຍລະຫວ່າງຈີນກັບອາຊຽນ ເຂດຮົງກົງຂອງຈີນ ສ.ເກົາຫຼີແລະແຂວງໄຕ້ຫວັນຂອງຈີນ ລ້ວນແຕ່ລື່ນກາຍ100ຕື້ໂດລາ.
|
|