ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-12 19:08:26    
ຄຸນ​ນະພາ​ບ​ເຄື່ອງ​ຫຼິ້ນ​ຂອງ​ຈີນ​ມີ​ການ​ຮັບ​ປະ​ກັນ​ແລະ​ປອດ​ໄພ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ12ທັນວາ​ນີ້ ​​ໃນ​ງານ​ປ່າວ​ຂ່າວ​ທີ່​ຈັດ​ຂຶ້ນ​​ໃນ​ໄລຍະ​ການ​ປຶກສາ​ຫາລືເສດຖະກິດ​ຍຸດ​ທະ​ສາດ​ຈີນ​ອາ​ເມ​ລິກາຄັ້ງທີ3 ທ່ານ​ຫຼີຊາງ​ຈ່ຽງ ຫົວໜ້າກົມ​​ໃຫຍ່​ກວດສອບຄຸນ​ນະພາ​ບ​ແລະ​ກວດກາ​ພະຍາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຄຸນ​ນະພາ​ບ​ເຄື່ອງ​ຫຼິ້ນຂອງຈີນມີ​ການ​ຮັບປະກັນ​ແລະ​ປອດ​ໄພ,​ເຄື່ອງ​ຫຼິ້ນ​ຈີນ​ທີ່​ຄຸນ​ນະພາ​ບ​ດີ​ແລະ​ລາ​ຄາ​ຖືກຍ່ອມ​ຈະ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຂອງ​ເດັກນ້ອຍ​ບັນດາ​ປະ​ເທດ​ໃນ​ໂລກ.

ທ່ານ​ກ່າວ​ວ່າ,ຍ້ອນ​ເຄື່ອງ​ຫຼິ້ນ​ກ່ຽວ​ພັນ​ເຖິງ​ສຸຂະພາບ​ຂອງ​ເດັກນ້ອຍ,ຈີນ​ໄດ້​ຕິດຕາມ​ຄຸ້ມຄອງຂັ້ນຕອນການ​ຜະລິດ ປຸງ​ແຕ່ງ​ແລະ​ສົ່ງ​ອອກ​ເຄື່ອງ​ຫຼິ້ນ​ຢ່າງ​​ເຄັ່ງ​ຄັດ,ປະຕິບັດ​ລະບອບ​ໃບ​ອະນຸຍາດ.ພາກສ່ວນ​ກວດ​ສອບ​ຄຸນ​ນະພາ​ບ​ແລະ​ກວດກາ​ພະຍາດ​ຍັງ​ປະຕິບັດລະບອບຈົດ​ທະບຽນຕໍ່​ວິ​ສາ​ຫະກິດ​ທີ່​ສະໜອງ​ວັດ​ຖະດິບ​ໃຫ້​ວິ​ສາ​ຫະກິດ​ຜະລິດ​ເຄື່ອງ​ຫຼິ້ນ.​ໂດຍ​ແນ​ໃສ່​ຫວ່າງ​ມໍ່ໆ​ນີ້ ​ເຄື່ອງ​ຫຼິ້ນ​ບາງ​ຢ່າງ​ຖືກ​ຮຽກ​ຄືນ​ຍ້ອນ​ສາ​ເຫດ​ບໍ່​ປອດ​ໄພ,ກົມ​ໃຫຍ່​ກວດ​ສອບ​ຄຸນ​ນະພາ​ບ​ແລະ​ກວດກາ​ພະຍາດ​ແຫ່ງ​ຊາດ​ຈີນ​ສະ​ເໜີ​ອີກ​ວ່າ,ຈະ​ກວດກາ​ແຜນການ​ອອກ​ແບບທີ່ນັກທຸລະກິດ​ຂາ​ເຂົ້າ​​ເອົາ​ໃຫ້​ນັ້ນຈາກດ້ານ​ຄວາມ​ປອດ​ໄພ,​ເຊື່ອ​ວ່າ​ຜ່ານ​ຈາກ​ມາດ​ຕະການ​ເຫຼົ່າ​ນີ້,ຄຸນ​ນະພາ​ບ​ເຄື່ອງ​ຫຼິ້ນ​ຂອງ​ຈີນ​ແມ່ນ​ມີ​ການ​ຮັບປະກັນ​ແລະ​ປອດ​ໄພ.