ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-13 10:23:48    
ຜົນ​ສຳ​ເລັດ​ຂອງ​ໂຄງ​ການ​ສຳ​ຫຼວງ​ດວງ​ຈັນ​ຄັ້ງ​ທຳ​ອິດ​ຂອງ​ຈີນ​ແມ່ນ​ການ​ກ້າວ​ກະ​ໂດດ​ຄັ້ງ​ປະ​ຫວັດ​ສາດ

cri
ຕາມ​ຂ່າວCRI,​ໂຄງການ​ສຳ​ຫຼວດດວງ​ຈັນ​ຄັ້ງ​ທຳ​ອິດ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ,​ໜັງ​ສື​ພິມ​ເຢິນ​ມິນ​ຢື້​ປາວ​ຂອງ​ຈີນ​ສະບັບ​ວັນ​ທີ​13​ທັນ​ວາ​ນີ້​ໄດ້​ພິມ​ບົດ​ຄວາມ​ຂອງ​ນັກ​ວິຈານ​ໂດຍ​ຂຽນ​ວ່າ,ຜົນສຳ​ເລັດ​ດັ່ງກ່າວ​ແມ່ນ ການ​ກ້າວກະ​ໂດດ​ຄັ້ງ​ປະ​ຫວັດ​ສາດ​ບົນ​ເສັ້ນ​ທາງ​ປະດິດ​ສ້າງ​ຂອງ​ຈີນ.

ບົດ​ຄວາມ​ຂຽນ​ວ່າ,ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໄດ້​ກຳ​ເຕັກ​ນິກ​ຂອງ​ການ​ບິນ​ອ້ອມ​ດວງ​ຈັນ​ຢ່າງ​ເປັນ​ເຈົ້າຕົນ​ເອງ​ແລະ​ຮອບດ້ານ,​ແມ່ນຫຼັກ​ໝາຍ​ອີກ​ອັນ​ໜຶ່ງ​ແຫ່ງ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ພາຍ​ຫຼັງ​ ດາວ​ທຽມ,​ຍານ​ອະ​ວະ​ກາດ​ບັນ​ຈຸ​ຄົນ​ຂຶ້ນ​ສູ່​ອະ​ວະ​ກາດ​ໄດ້​ຮັບ​ຜົນ​ສຳ​ເລັດ.ນີ້​ແມ່ນ​ໝາກ​ຜົນ​ທີ່​ເປັນ​ຂີດ​ໝາຍ​ອີກ​ອັນ​ໜຶ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ຈີນ​ຊຸກ​ຍູ້​ການ​ປະດິດ​ສ້າງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ແລະ​ສ້າງ​ປະ​ເທດ​ແບບ​ປະ​ດິດ​ສ້າງ ແມ່ນ​ປະ​ຊາ​ຊາດ​ຈີນ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ຍິ່ງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແລະ​ນຳ​ໃຊ້​ອະ​ວະ​ກາດ​ຊັ້ນ​ນອກ​ໂດຍ​ສັນ​ຕິ​ຂອງ​ມວນ​ມະ​ນຸດ.

ບົດ​ຄວາມ​ຂຽນ​ວ່າ,ຜົນສຳ​ເລັດ​ຂອງ​ໂຄງການ​ສຳ​ຫຼວດດວງ​ຈັນ​ຄັ້ງ​ທຳ​ອິດ​ແມ່ນ​ບາດ​ກ້າວ​ທຳ​ອິດ​ຂອງ​ຈີນ​ໃນ​ການ​ດຳ​ເນີນ​ການ​ສຳ​ຫຼວດອະວະ​ກາດ​ຊັ້ນ​ນອກ.​ຈີນ​ຈະ​ພະ​ຍາ​ຍາມ​ຕື່ມ​ອີກ​ເພື່ອ​ສຳ​ເລັດ​ເປົ້າ​ໝາຍ​ລວມ​ແຫ່ງ​ການ​ສຳ​ຫຼວດດວງ​ຈັນ​,ຊຸກ​ຍູ້​ໃຫ້​ພາ​ລະ​ກິດ​ວິ​ທະ​ຍາດ​ເຕັກ​ໂນ​ໂຊ​ຊີ​ການບິນ​ອະວະກາດ​ຈີນກ້າວ​ຂຶ້ນ​ສູ່​ຂັ້ນ​ໄດ​ໃໝ່,​ປະ​ກອບ​ສ່ວນ​ໃໝ່​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແລະ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ອະ​ວະ​ກາດ​ໂດຍ​ສັນ​ຕິ​ຂອງ​ມວນ​ມະນຸດ,ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແລະ​ການ​ພັດ​ທະ​ນາ​ໂດຍ​ສັນຕິ​ຂອງມວນ​ມະນຸດ.