ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-13 18:11:13    
ຝ່າຍ​ຈີນ​ລະ​ລຶກ​ການ​ສັງ​ຫານ​ໂຫດ​ນານ​ກິ່ງ​ຄົບ​ຮອບ 70 ປີ​ແມ່ນ​ເພື່ອ​ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ ອວ່າຍ​ຫນ້າ​ໄປ​ສູ່​ອະ​ນາ​ຄົດ ​ແລະ​ຖະ​ຫນຸ​ຖະ​ຫນອມ​ສັນ​ຕິ​ພາບ

cri
ຕາມ​ຂ່າວ cri:ວັນ​ທີ 13 ທັນວາ​ນີ້​ແມ່ນ​ວັນ​ຄົບຮອບ 70 ປີ​ທີ່​ທະຫານ​ຍີ່​ປຸ່ນທີ່​ຮຸກ​ຮານ​ຈີນ​ກໍ່​ການ​ສັງຫານ​ໂຫດ​ຢູ່​ນານ​ກິ່ງ,ປະຊາຊົນ​ວົງ​ການ​ຕ່າງໆ​ຂອງ​ຈີນ​ໄດ້​ຈັດ​ງານ​ຊຸມ​ນຸມສັນຕິພາບ​ຂະຫນາດ​ໃຫຍ່​ຢູ່​ເມືອງ​ນານ​ກິ່ງ​ເພື່ອ​ໄວ້ອາ​ໄລ​ເຖີງດວງ​ວິນ​ຍານ​ຜູ່​ປະສົບ​ເຄາະ​ຮ້າຍ.ທ່ານ​ຊິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ວ່າ, ຈີນ​ລະ​ລຶກວັນ​ນີ້​ແມ່ນ​ເພື່ອ​ຖື​ປະຫວັດສາດ​ເປັນ​ແວ່ນ​ແຍງ ອວ່າຍຫນ້າ​​ໄປ​ສູ່​ອະນາຄົດ​ແລະ​ຖະຫນຸຖະຫນອມ​ສັນຕິພາບ.

ວັນ​ທີ 13 ທັນວາ​ປີ 1937,ທະຫານ​ຍີ່​ປຸ່ນບຸກ​ເຂົ້າ​ເມືອງ​ນານ​ກິ່ງ.ຫລັງ​ຈາກ​ນັ້ນ 6 ອາ​ທິດ,ປະຊາຊົນ​ຜູ່​ບໍ່​ມີ​ໂທດ​ຫຍັງ​ຢູ່​ເມືອງ​ນານ​ກິ່ງ 3 ​ແສນ​ກວ່າ​ຄົນ​ພ້ອມ​ກັບ​ທະຫານ​ທີ່​ໄດ້​ວາງ​ອາວຸດ​ແລ້ວນັ້ນຖືກ​ທະຫານ​ຍີ່​ປຸ່ນສັງຫານ​ຢ່າງ​ປ່າ​ເຖື່ອນ.​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ, ທ່ານ​ຊີ​ນກ່າງ​ໄດ້​ເຊີນ​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ພ້ອມ​ກັນສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ຄົນ​ຈີນ​ຜູ່​ບໍ່​ມີ​ໂທດ​ຫຍັງ​ທີ່ປະສົບ​ເຄາະ​ຮ້າຍ​ໃນ​ການ​ສັງຫານ​ໂຫດ​ນານ​ກິ່ງ.

ທ່ານ​ຊິນ​ກ່າງ​ກ່າວ​ເນັ້ນວ່າ, ລັດຖະບານ​ຈີນ​ມີ​ເຈດ​ຈຳນົງ​ໃຫ້​ຂະຫຍາຍ​ມິດຕະພາບ​ແລະ​ການ​ພົວພັນ​ຮ່ວມ​ມື​ກັນຖານ​ບ້ານ​ໃກ້​ເຮືອນ​ຄຽງ​ກັບ​ຍີ່​ປຸ່ນ​ເປັນ​ເວລາ​ຍາວ​ນານ​ບົນ​ພື້ນຖານ​ຖື​ປະຫວັດສາດ​ເປັນ​ແວ່ນ​ແຍງ​ແລະອວ່າຍ ຫນ້າ​ໄປ​ສູ່​ອະນາຄົດ​.ຝ່າຍ​ຈີນ​ຫວັງ​ໃຫ້​ນ້ຳ​ໃຈ​ນີ້​ສາມາດ​ຢູ່​ໃນ​ປະຫວັດ​ການ​ຂະຫຍາຍ​ການ​ພົວພັນ​ຈີນ​ຍີ່​ປຸ່ນ​ໂດຍ​ຕະຫລອດ.