ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-13 18:23:09    
ຝ່າຍ​ຈີນ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ຊູ​ດັງ​ໃຊ້​ມາດ​ຕະ​ການ​ຕົວ​ຈິງ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​​ໄພ​ຂອງ​ອົງ​ການ​ແລະ​ພະ​ນັກ​ງານ​ຈີນ​ຢູ່​ຊູ​ດັງ

cri Author: da

ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້ ກອງ​ປະກອບ​ອາວຸດຕ້ານລັດຖະບານ​ຊູ​ດັງ​ໄດ້​ຫຼອນ​​ໂຈມ​ຕີບໍ່​ນ້ຳມັນ​ແຫ່ງ​ໜຶ່ງ​ທີ່​ຄົນ​ຈີນ​ຄຸ້ມ​ຄອງ,ກ່ຽວ​ກັບ​ເລື່ອງ​ນີ້ ວັນ​ທີ13ທັນວາ​ນີ້ ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ຢູ່​ປັກ​ກິ່ງ​ວ່າ, ຝ່າຍ​ຈີນ​ຮຽກຮ້ອງ​ໃຫ້ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ຊູ​ດັງ​ໃຊ້​ມາດ​ຕະການ​ຕົວ​ຈິງ​ເພື່ອ​ຮັບປະກັນ​ຄວາມ​ປອດ​​ໄພ​ຂອງ​ອົງການ​ແລະ​ພະນັກງານ​ຈີນ​ຢູ່​ຊູ​ດັງ.


ທ່ານ​ກ່າວ​ເນັ້ນວ່າ,ການ​ຮ່ວມ​ມື​ໄມຕີ​ຈິດ​ລະຫວ່າງ​ຈີນ​ກັບ​ຊູ​ດັງ​ແມ່ນ​ສ້າງ​ຂຶ້ນ​ບົນ​ພື້ນຖານ​ເຄົາລົບ​ກັນ ສະ​ເໝີ​ພາບ​ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ​ພ້ອມ​ກັນ​ພັດທະນາ. ການ​ຮ່ວມ​ມື​ໄດ້​ຊຸກຍູ້​ການພັດທະນາ​ເສດ​ຖະກິດ​ຂອງ​ຊູ​ດັງ,ກໍ​ໄດ້​ນຳ​ເອົາ​ຜົນ​ດີ​ຕົວ​ຈິງ​ໃຫ້​ປະຊາຊົນ​ຊູ​ດັງ;ບໍລິສັດ​ຈີນ​ຍັງ​ຕັ້ງໜ້າ​ເຂົ້າຮ່ວມ​ພາລະກິດ​ສາທາລະນະ​ປະ​ໂຫຍ​ດຂອງ​ທ້ອງ​ຖິ່ນ,​ໄດ້​ປະກອບສ່ວນ​ອັນຕັ້ງໜ້າ​​ເຂົ້າ​ໃນການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຂອງ​ຊູ​ດັງ.ສະນັ້ນ,ການ​ກະທຳ​ໃດໆ​ທີ່​ຂົ່ມຂູ່ຄວາມ​ປອດ​ໄພ​ຂອງ​ອົງການ​ແລະ​ພະນັກງານ​ຈີ​ນຢູ່​ຊູ​ດັງນັ້ນ,ລ້ວນ​ແຕ່​ແມ່ນ​ຮັບ​ເອົາ​ບໍ່​ໄດ້.