ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-14 10:35:20    
ລູກ​ກຳ​ພ້າ​ກຳ​ພອຍ​ທີ່​ພິ​ການ​3​ໝື່ນ​5​ພັນ​ຄົນ​ຂອງ​ຈີນ​ໄດ້​ຮັບ​ການ​ຜ່າ​ຕັດ​ແລະ​ຟື້ນ​ຟູ​ສຸ​ຂະ​ພາບ​

cri
ຕາມ​ຂ່າວສານ​ຊິນ​ຮວາ,ນັບ​ແຕ່ຈີນ​ປະຕິບັດ​ແຜນການ​ອະນາຄົດ​​​ທີ່ຟື້ນ​ຟູ​ສຸຂະພາບ​ຂອງ​ລູກ​ກຳພ້າ​ກຳພອຍ​ທີ່ພິການ ​ດ້ວຍ​ການຜ່າຕັດ​ເປັນ​ເວລາ3​ປີປາຍ​ມາ​ນີ້,​ໄດ້​ມີລູກ​ກຳພ້າ​ກຳພອຍ​ທີ່ພິການ3ໝື່ນ5​ພັນ​ຄົນ​ໄດ້​ຮັບ​ການ​ຜ່າຕັດ​ແລ້ວ​ຟື້ນ​ຟູ​ສຸຂະພາບ​ແລ້ວ,​ເດັກນ້ອຍ5​ພັນກວ່າ​ຄົນ​ທີ່​ໄດ້​ຮັບ​ການຜ່າຕັດ​ແລ້ວ​ນັ້ນ​ໄດ້​ມີ​ຄອບຄົວ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຮັບ​ໄປ​ເປັນ​ລູກ​ບຸນ​ທຳ.

ຫວ່າງ​ມໍ່​ໆ​ນີ້​,ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ໄດ້​ອອກ​ແຈ້ງ​ການ,​ຮຽກ​ຮ້ອງ​ໃຫ້​ສ້າງ​ກົນ​ໄກ​ທີ່​ມີ​ປະສິດທິ​ຜົນ​ຍາວ​ນານ​ໃນ​ການ​ປະ​ຕິ​ບັດ​ແຜນ​ການ​ດັ່ງ​ກ່າວ.​ແຈ້ງ​ການ​ຊີ້​ອອກ​ວ່າ,​ກົນ​ໄກນີ້​ຈະ​ໃຊ້​ກົນ​ໄກ​ທຶນ​ຮັບ​ປະ​ກັນ​ໂດຍ​ມີ​ທຶນ​ສາ​ທາ​ລະ​ນະ​ປະ​ໂຫຍດ​ຫວຍ​ສະ​ຫວັດ​ດີ​ການ​ແລະ​ທຶນ​ບໍ​ລິ​ຈາກ​ໃນ​ສັງ​ຄົມ​ປະ​ສານ​ສົມ​ທົບ​ກັນ.

ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ໄດ້​ປະຕິບັດ​ແຜນການ​ອະນາຄົດ​ເລີ່​ມ​ແຕ່​ເດືອນ​ພຶດສະ​ພາ​ປີ​2004​ເປັນ​ຕົ້ນ​ມາ,​ມີ​ຈຸດ​ປະ​ສົງ​ເພື່ອ​ຊ່ວຍ​ແກ້​ໄຂ​ຄວາມ​ເຈັບ​ປວດ​ທໍ​ລະ​ມານ​ຂອງ​ລູກ​ກຳ​ພ້າ​ກຳ​ພອຍ​ທີ່​ພິ​ການ​ແຕ່​ເໝາະ​ກັບ​ການ​ປິ່ນ​ປົວ​ດ້ວຍ​ການ​ຜ່າ​ຕັດ​ໄດ້​ໃນ​ອົງ​ການ​ສະ​ຫວັດ​ດີ​ການ​ສັງ​ຄົມ​ປະ​ເພດ​ຕ່າງໆ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ,​ເຮ​ດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສາ​ມາດ​ເບິ່ງ​ແຍງ​ຕົນ​ເອງ​ແລະ​ຄຸ້ມ​ຕົນ​ເອງ​​ເພີ່ມ​ຂຶ້ນ.