ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-14 17:19:26    
6 ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເຊັນ​ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ຂະ​ບວນການ​ຕໍ່​ຕ້ານ​ການ​ຄ້າ​ມະ​ນຸດ

cri
ຕາມ​ຂ່າວ cri:ວັນ​ທີ 14 ທັນວາ​ນີ້ ກອງ​ປະຊຸມ​ປຶກສາ​ຫາລື​ລະດັບ​ລັດຖະມົນຕີ​ຂອງ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​​ແມ່​ນ້ຳຂອງ​ກ່ຽວ​ກັບ​ການ​ຕໍ່ຕ້ານ​ການ​ຄ້າ​ມະນຸດ​ຄັ້ງທີ​ສອງ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ​ເຈົ້າຫນ້າ​ທີ່​ລັດຖະບານຂອງ 6 ປະ​ເທດ​ຄືຈີນ ກຳປູ​ເຈຍ ລາວ ມຽນມາ ​ໄທ​ແລະ​ຫວຽດນາມ​ໄດ້​ເຊັນ​ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ຂະ​ບວນການ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຮ່ວມ​ມື​ຕໍ່ຕ້ານ​ການ​ຄ້າ​ມະນຸດ.

ຖະ​ແຫລ​ງການ​ກ່າວ​ຢ້ຳ​ອີກ​ເທື່ອ​ຫນຶ່ງເຖີງຫລັກການ​ແລະ​ຈິດ​ໃຈ​​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ຕໍ່ຕ້ານ​ການ​ຄ້າມະນຸດ​ຂອງ​​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ.ຖະ​ແຫລ​ງການ​ໃຫ້​ຄຳ​ຫມັນສັນຍາ​ວ່າ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ເກີດການ​ຄ້າມະນຸດ​ແລະປ້ອງ​ກັນ​ບໍ່​ໃຫ້​ຜູ່​ກ່ຽວຖືກ​ທຳຮ້າຍ, ການ​ເຄື່ອນ​ໄຫວ​ຂອງຝ່າຍ​ທາງ​ການຄວນ​ປົກປ້ອງ​​ຄວາມ​ປອດ​ໄພ​ທາງ​ຮ່າງກາຍ ກຽດ​ສັກ​ສີ​ແລະ​ສິດປະ​ໂຫຍ​ດຂອງ​ຜູ່​ຖືກທຳຮ້າຍ.

​ໃນ​ເວລາ​ເຂົ້າຮ່ວມ​ກອງ​ປະຊຸມ, ທ່ານ​ເມິ້ງ​ຈ້ຽນຈູ້ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຈີນ​ກ່າວ​ວ່າ, ​ໃນ​ບາດກ້າວ​ຕໍ່​ໄປ,ລັດຖະບານ​ຈີນ​ຈະ​ປະຕິບັດ​ຕາມ​ຄຳ​ຫມັ້ນສັນຍາ, ອີງ​ຕາມ​ເປົ້າຫມາຍ​ທີ່​​ແຜນການ​ດຳ​ເນີນ​ງານ​ຂອງ​ອະນຸ​ພາກ​ພື້ນກຳນົດ​ໄວ້,ປະສານ​ສົມ​ທັບ​ກັບ​ສະພາບ​ຕົວ​ຈິງຂອງ​ປະ​ເທດ​ຕົນ, ​ເພີ່ມ​ທະວີວຽກ​ງານ​ຕໍ່ຕ້ານ​ການ​ຄ້າ​ມະນຸດ,ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ກຳ​ຈັດ​ແລະ​ຫລຸດ​ອາ​ຊະ​ຍາ​ກຳ​ຄ້າ​ມະນຸດ.