ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-15 17:59:38    
ໃນ​ສອງ​ປີ​ມາ​ນີ້, ຈີນ​ໄດ້​ຊ່ອຍ​ກອບ​ກູ້​ຜູ້​ປະ​ສົບ​ໄພ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ 4 ໝື່ນ​ກວ່າ​ຄົນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 14 ທັນວາ​ນີ້, ທ່ານ​ລີ​ເຊີ້ງ​ລີ​ນ ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ຈີນ​ກ່າວ​ວ່າ, ​ໃນ 2 ປີ​ມາ​ນີ້, ພາກສ່ວນ​ຄົມມະນາຄົມ​ຈີນ​ໄດ້​ຈັດຕັ້ງ​ແລະ​ປະສານ​ງານ​ກອບ​ກູ້ 3300 ກວ່າ​ເທື່ອ, ​ໄດ້​ຊ່ອຍ​ກອບ​ກູ້​ຜູ້​ປະສົບ​ໄພ​ຂອງ​ຈີນ​ແລະ​ຕ່າງປະ​ເທດ 4 ໝື່ນ 854 ຄົນ. ​ເວົ້າລວມ​ແລ້ວ, ວຽກ​ງານ​ກອບ​ກູ້​ເທີ​ງທະ​ເລ​ໄດ້​ບັງ​ເກີດ​ຜົນ​ຢ່າງ​​ເດັ່ນ​ຊັດ.

ທ່ານ​ລີ​ເຊີ້ງ​ລີ​ນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ໂທລະພາບ​ໂທລະສັບ​ກອບ​ກູ້​ເທີ​ງທະ​ເລ​ທົ່ວ​ປະ​ເທດ​ແລະ​ກອງ​ປະຊຸມ​ຄັ້ງທີ 3 ຂອງ​ກອງ​ປະຊຸມ​ຮ່ວມລະຫວ່າງພາກສ່ວນ​ກອບ​ກູ້​ເທີ​ງທະ​ເລ​ແຫ່ງ​ຊາດ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 14 ທັນວາ​ນີ້.

ທ່ານ​ເວົ້າວ່າ, ​ໃນຫຼາຍປີ​ມາ​ນີ້, ຈີນ​ກັບ​ອົງການ​ກອບ​ກູ້​ຂອງ​ປະ​ເທດ​ຕ່າງໆ​ຄືອາ​ເມ​ລິ​ກາ ສິງກະ​ໂປ ສປປ​ເກົາຫລີ ​ແລະ​ສ.​ເກົາຫລີ​ເປັນຕົ້ນ​ໄດ້ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ, ຈັດການ​ເຄື່ອນ​ໄຫວ​ກອບ​ກູ້​ລະຫວ່າງ​ຊາດຫຼາຍ​ເທື່ອ​ທີ່​ກ່ຽວພັນ​ເຖີງກ່ຳ​ປັ່ນ​ຕ່າງປະ​ເທດ​ແລະ​ລູກ​ເຮືອ​ຕ່າງປະ​ເທດ​ປະສົບ​ໄພ​ໃນ​ເຂດ​ທະ​ເລ​ຈີນ ​ແລະ​ກ່ຳ​ປັ່ນ​ຂອງ​ຈີນ​ແລະ​ລູກ​ເຮື​ອຈີນ​ປະສົບ​ໄພ​ຢູ່​ຕ່າງປະ​ເທດ.