ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-17 11:01:07    
ແຕ່​ປະຕິບັດ​ແຜນ​ພັດ​ທະ​ນາ​ການ​ຄົ້ນ​ຄວ້າ​ພື້ນ​ຖານ​ຈຸດ​ໜັກ​ຂອງ​ລັດ 10 ມາ​ນີ້​ຈີນ​ໄດ້​ລົງ​ທຶນ 8 ຕື້​ກວ່າ​ຢວນ

cri Author: mo

ຕາມຂ່າວສານຊີນຮວາ: ນັບ​ແຕ່​ປະ​ຕີ​ບັດ"ແຜນພັດ​ທະນາ​ການຄົ້ນຄວ້າ​ໂຄງການ​ສຳຄັນ​ຕ່າງໆ​ຂອງ​ລັດ" 10 ປີ​ມາ​ນີ້, ​​ຈີນໄດ້​ສ້າງ​ 486 ໂຄງການ, ນັບ​ລວມ​ແລ້ວ, ການ​ເງິນ​ແຫ່ງ​ຊາດ​ໄດ້​ລົງທຶນ 8 ຕື້​ກວ່າ​ຢວນ.

ວັນ​ທີ 16 ທັນວາ​ນີ້, ຢູ່​​ເມືອງ​ຈີ​ນານ​ແຂວງ​ຊ່າ​ນຕົ່ງ,  ທ່ານ​ເຜີ​ງອີ​ສີ ຮອງ​ຫົວໜ້າ​ກົມ​ຄົ້ນຄວ້າ​ພື້ນຖານ​ຂອງ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ໃຫ້​ສຳພາດ​ວ່າ, ​ຈຳນວນ 486 ໂຄງການ​ນີ້​ກວມຢູ່​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ກະສິກຳ ພະລັງງານສິ່ງ​ແວດ​ລ້ອມຊັບພະ​ຍາກອນ​ ປະຊາກອນ​ກັບ​ສຸຂະພາບ​ເປັນຕົ້ນ, ​ໃນ​ນັ້ນ​ໄດ້ສ້າງ​ສຳ​ເລັດ 110 ​ໂຄງການ​ແລ້ວ. ​ໂຄງການ​ເຫຼົ່ານີ້​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ.

ປີ 1997, ຈີນ​ຕົກລົງ​ປະຕິບັດ"ແຜນພັດ​ທະນາການ​ຄົ້ນຄວ້າໂຄງການ​ສຳຄັນຂອງລັດ​", ໜ້າ​ທີ່​ຕົ້ນຕໍ​ແມ່ນ​ແກ້​ໄຂ​ບັນຫາ​ວິ​ທະຍາ​ສາດ​ຈຸດໜັກ​ໃນ​ການ​ສ້າງສາ​ເສດຖະກິດ ການ​ພັດທະນາ​ສັງຄົມ​ແບບ​ຍືນ​ຍົງ​​ ​ຄວາມໝັ້ນຄົງ​ຂອງສາທາ​ລະນະແລະ​ການພັດທະນາ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ, ​ໄດ້​ສ້າງ​ພື້ນຖານ​ວິທະຍາສາດ​ໃຫ້​ແກ່ການພັດທະ​ນາເສດຖະກິດ​ແຫ່ງ​ຊາດ​ແລະ​ສັງຄົມແບບຍືນຍົງ, ຍົກ​ຄວາມ​ສາມາດ​ປະດິດ​ສ້າງ​ໂດຍຕົນ​ເອງ​ໃນ​ການຄົ້ນຄວ້າວຽກງານ​ພື້ນຖານ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ.