ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-17 11:41:44    
ແຂວງ​ຢຸນ​ນານ​ພິມ​ຈຳ​ໜ່າຍ​ແບບ​ຮຽນ​ຊັ້ນ​ປະ​ຖົມ​ພາ​ສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 18 ຊະ​ນິດ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ​ກອງ​ປະຊຸມ​ໜ່ວຍງານ​ຊົນ​ເຜົ່າ​ແຂວງ​ຢຸນນານ​ແຈ້ງ​ໃຫ້​ຊາບ​ວ່າ, ນັບ​ມາ​ຮອດ​ປັດຈຸບັນ, ​ແຂວງ​ຢຸນນານ​ທີ່​ມີ 25 ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ໄດ້​ຮຽບຮຽງ ​ແປກວດກາ ​ແລະ​ພິມ​ຈຳ​ໜ່າຍ​​ແບບ​ຮຽນ​ຊັ້ນປະຖົມ​ພາສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 18 ຊະນິດ.

ພະນັກງານ​ຂອງ​ສຳນັກ​ພິມ​ຈຳໜ່າຍ​ຊົນ​ເຜົ່າ​ແຂວງ​ຢຸນນານ​ທີ່​ຮັບຜິດຊອບ​ໜ້າທີ່ພິມ​ຈຳໜ່າຍ​ແບບຮຽນ​ທີ່ເປັນ​ໜັງສື​ຊົນເຜົ່າ​ສ່ວນໜ້ອຍ​ແຂວງຢຸນ​ນານ​ແຈ້ງ​ໃຫ້​ຊາບວ່າ, ປັດຈຸ​ບັນ, ແຂວງຢຸນ​ນານ​ໄດ້ພິມ​ຈຳໜ່າຍ​ແບບ​ຮຽນ​ຊັ້ນປະ​ຖົມທີ່ມີ​ພາສາຊົນ​ເຜົ່າ​ສ່ວນ​ໜ້ອຍ​ກັບ​ພາສາ​ຈີນ​ກາງ​ຄູ່​ກັນ 203 ສະບັບ, ​ໄດ້​ໃຊ້​ຕົວ​ອັກສອນ​ຂອງ 14 ຊົນ​ເຜົ່າຄື​ເຜົ່າ​ອີ ​ເຜົ່າ​ປາຍ ​ເຜົ່າ​ວາ ​ເຜົ່າ​ໄທ ​ເຜົ່າ​ລື້ ​ເຜົ່າ​ຈ້ວງ ​ເຜົ່າ​ມົ້ງ ​ເຜົ່າ​ຕິ​ເບ​ດ ​ແລະ​ເຜົ່າ​ຢ້າວ​ເປັນຕົ້ນ.

ປັດຈຸບັນ, ​ແຂວງ​ຢຸນນານ​ໄດ້​ພິມ​ຈຳໜ່າຍ​ແບບຮຽນ​ຊັ້ນປະຖົມ​ທີ່​ເປັນ​ຕົວ​ອັກສອນຊົນ​ເຜົ່າ​ສ່ວນ​ໜ້ອຍ 1 ລ້ານ 1 ​ແສນ 2 ໝື່ນ​ກວ່າ​ເຫຼັ້ມ, ພາກສ່ວນ​ການ​ສຶກສາ​ຈະ​​ແຈກໃຫ້​ນັກຮຽນ​ໃນເຂດ​ທຸກຍາກ​ຂອງຊົນ​ເຜົ່າ​ສ່ວນ​ໜ້ອຍໂດຍບໍ່​ໄດ້​ເກັບ​ຄ່າ, ​ຊຶ່ງໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຄູ​ແລະ​ນັກຮຽນ​​​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.